ພຣີເມ່ຍລີກ ອັງກິດ ລະດູການ 2022-23 ນັດທີ 3 ເຊົ້າວັນທີ 23 ສິງຫາ 2022, ແມນເຊັສເຕີ ຢູໄນເຕັດ ເປີດໂອແທັບຟອດ ເອົາຊະນະ ລິເວີພູລ 2-1, ແມນຢູ ໄດ້ 2 ປະຕູຈາກ ຈາດອນ ຊານໂຊ້ ນາທີ 16′ ແລະ ມາຄັສ ແຣັສຟອດ ນາທີ 53′, ລິເວີພູລ ໄດ້ປະຕູຈາກ ໂມຮາເໝັດ ຊາລາ ນາທີ 81′.
ແມນຢູ ແຂ່ງ 3 ນັດ ຊະນະ 1 ເສຍ 2 ມີ 3 ຄະແນນ, ສ່ວນ ລິເວີພູລ ແຂ່ງ 3 ນັດ ສະເໝີ 2 ເສຍ 1 ມີ 2 ຄະແນນ, ນັດຕໍ່ໄປ ແມນຢູ ຈະໄປຢາມ ເຊົາແທມຕັນ ໃນວັນທີ 27 ສິງຫາ ເວລາ 18:30 ໂມງ, ສ່ວນ ລິເວີພູລ ຈະເປີດບ້ານພົບກັບ ບຣອນໝັດ ທີມນ້ອງໃໝ່ ໃນວັນທີ 27 ສິງຫາ ເວລາ 21:00 ໂມງ.
Photo: Premier League