ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ນັດສຸດທ້າຍຂອງກຸ່ມ C ວັນທີ 22 ມິຖຸນາຜ່ານມາ, U17 ທີມຊາດອົດສະຕຣາລີ ຊະນະ U17 ທາຈີກິສຖານ 2-0, ຂະນະທີ່ U17 ຊາອຸດິອາຣາເບຍ ຊະນະ U17 ສປ ຈີນ 3-0.
ຊາອຸດິອາຣາເບຍ ມີ 9 ຄະແນນເຕັມ ຈາກ 3 ນັດ ແລະ ອົດສະຕຣາລີ ມີ 6 ຄະແນນ ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ, ສ່ວນ ທາຈີກິສຖານ ແລະ ຈີນ ມີ 1 ຄະແນນ ຕົກຮອບ.
Photo: AFC