ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ນັດສຸດທ້າຍຂອງກຸ່ມ B ວັນທີ 22 ມິຖຸນາຜ່ານມາ, U17 ທີມຊາດອີຣານ ຊະນະ U17 ສາທາລະນະລັດເກົາຫລີ 2-0 ກອດຄໍກັນເຂົ້າຮອບ 8 ທີມສຸດທ້າຍ, ຂະນະທີ່ U17 ອັຟການິສຖານ ຊະນະ U17 ກາຕ້າ 2-1.
ອີຣານ ມີ 7 ຄະແນນ ຈາກ 3 ນັດ, ສາທາລະນະລັດເກົາຫລີ ມີ 6 ຄະແນນ ທັງສອງທີມເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ, ສ່ວນ ອັຟການິສຖານ ມີ 3 ຄະແນນ, ກາຕ້າ ມີ 1 ຄະແນນ ຕົກຮອບ.
Photo: AFC