ເຫລືອອີກບໍ່ເຖິງ 30 ວັນ ການແຂ່ງຂັນເຕະບານຍິງຊິງແຊ້ມໂລກ ຄັ້ງທີ 9 ທີ່ປະເທດອົດສະຕຣາລີ ແລະ ນູແວນເຊລັງ ເປັນເຈົ້າພາບຮ່ວມກັນຄັ້ງທຳອິດ ໃນລະຫວ່າງວັນທີ 20 ກໍລະກົດ – 20 ສິງຫາ 2023 ນີ້ ໃນບົດຂ່າວນີ້ ພວກເຮົາມາເບິ່ງ 32 ທີມ ທີ່ຜ່ານການຄັດເລືອກສູ່ການແຂ່ງຂັນຄັ້ງນີ້ ເຊິ່ງຄັ້ງນີ້ ສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ໄດ້ເພີ່ມທີມໃນຮອບສຸດທ້າຍຈາກຜ່ານມາສູງສຸດແມ່ນ 24 ທີມ ມາເປັນ 32 ຄັ້ງທຳອິດ ໂດຍແບ່ງອອກເປັນ 8 ກຸ່ມ, ກຸ່ມລະ 4 ທີມ.
ກຸ່ມ A ປະກອບມີ: ນິວຊີແລນ (ນູແວນເຊລັງ) ເຈົ້າພາບຮ່ວມ, ນໍຣເວ (ນອກແວ), ຟີລິບປິນ ນ້ອງໃໝ່ ແລະ ສະວິດເຊີແລນ.
ກຸ່ມ B ມີ: ອົດສະຕຣາລີ ເຈົ້າພາບຮ່ວມ, ສາທາລະນະລັດໄອຣແລນ (ອຽກລັງ) ນ້ອງໃໝ່, ໄນຈີເຣຍ (ນິເຊຣີ) ແລະ ແຄນນາດາ (ການາດ້າ).
ກຸ່ມ C ມີ: ສະເປນ (ແອັສປາຍ), ຄັອສຕາຣິກ້າ, ແຊມເບຍ (ຊຳບີ້) ນ້ອງໃໝ່ ແລະ ຍີ່ປຸ່ນ.
ກຸ່ມ D ມີ: ອັງກິດ, ໄຮຕິ ນ້ອງໃໝ່, ເດັນມາກ (ດານມາກ) ແລະ ສປ ຈີນ.
ກຸ່ມ E ມີ: ສະຫະລັດ ອາເມຣິກາ ແຊ້ມເກົ່າ, ຫວຽດນາມ ນ້ອງໃໝ່, ເນເທີແລນ (ໂຮນລັງ) ແລະ ໂປຕູເກດ (ປັອກຕຸຍການ) ອີກໜຶ່ງທີມນ້ອງໃໝ່.
ກຸ່ມ F ມີ: ຝຣັ່ງ, ຈາໄມກ້າ, ເບຣຊິນ ແລະ ປານາມາ ນ້ອງໃໝ່.
ກຸ່ມ G ມີ: ສະວີເດັນ (ຊູແອັດ), ອາຟຣິກາໃຕ້, ອີຕາລີ ແລະ ອາເຈນຕິນ້າ (ອາກຊັງຕິນ).
ກຸ່ມ H ມີ: ເຢຍລະມັນ, ໂມຣັອກໂຄ (ມາຣົກ) ນ້ອງໃໝ່, ໂຄລົມເບຍ (ໂຄລົມບີ) ແລະ ສາທາລະນະລັດເກົາຫລີ.
ຄັ້ງນີ້ມີນ້ອງໃໝ່ເຖິງ 8 ທີມຄື: ຟີລິບປິນ, ຫວຽດນາມ, ຊຳບີ້, ມາຣົກ, ອຽກລັງ, ໄຮຕິ, ປັອກຕຸຍການ ແລະ ປານາມ້າ, ຮູບແບບການແຂ່ງຂັນພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 16 ທີມສຸດທ້າຍຕໍ່ໄປ.