ສະມາຄົມບິນລ້ຽດ ແລະ ສະນຸກເກີ ສປ ຈີນ ປະກາດລົງໂທດ 5 ນັກສະນຸກເກີຂອງປະເທດ ພາຍຫລັງກວດສອບພົບວ່າ: ພົວພັນການພະນັນ, 5 ນັກສະນຸກເກີຈີນນີ້ ປະກອບມີ: ຢ້ຽນ ປິ່ງຖ່າວ ໄວ 23 ປີ ແຊ້ມ ມາສເຕີ 2021 ຖືກລົງໂທດຫ້າມເຄື່ອນໄຫວໃນວົງການບິນລ້ຽດ-ສະນຸກເກີ 7 ປີເຄິ່ງ, ກ່ອນໜ້ານີ້ ຖືກ ສະມາຄົມບິນລ້ຽດ ແລະ ສະນຸກເກີອາຊີບຂອງໂລກ (WPBSA) ລົງໂທດເຖິງເດືອນທັນວາ ປີ 2027 ແລະ ປັບໄໝເງິນ 7,500 ປອນ.
ຂະນະທີ່ ຈ້າວຊິນທົງ ໄວ 26 ປີ ອາດີດແຊ້ມ UK Championship ຖືກລົງໂທດເຖິງເດືອນກໍລະກົດ ປີ 2025, ກ່ອນໜ້ານີ້ ຖືກ ສະມາຄົມບິນລ້ຽດ ແລະ ສະນຸກເກີອາຊີບຂອງໂລກ ລົງໂທດເຖິງເດືອນກັນຍາ ປີ 2024 ແລະ ປັບໄໝເງິນ 7,500 ປອນ.
ທາງດ້ານ ຫລູໜິງ ຖືກລົງໂທດ 8 ປີ, ກ່ອນໜ້ານີ້ ຖືກ ສະມາຄົມບິນລ້ຽດ ແລະ ສະນຸກເກີອາຊີບຂອງໂລກ ລົງໂທດ 5 ປີ 4 ເດືອນ, ປ້າຍຫລາງໜິງ ຖືກລົງໂທດ 4 ປີ ກ່ອນໜ້ານີ້ ຖືກ ສະມາຄົມບິນລ້ຽດ ແລະ ສະນຸກເກີອາຊີບຂອງໂລກ ລົງໂທດ 2 ປີ 4 ເດືອນ ປັບໄໝ 7,500 ປອນ.
ຈາງຈ້ຽນຄາງ ຖືກລົງໂທດ 4 ປີ 5 ເດືອນ, ກ່ອນໜ້ານີ້ ຖືກ ສະມາຄົມບິນລ້ຽດ ແລະ ສະນຸກເກີອາຊີບໂລກ ລົງໂທດ 2 ປີ 11 ເດືອນ ແລະ ປັບໄໝ 7,500 ປອນ.
ສ່ວນອີກ 5 ຄົນ ທີ່ຖືກລົງໂທດຈາກ ສະມາຄົມບິນລ້ຽດ ແລະ ສະນຸກເກີອາຊີບໂລກແມ່ນ ເສິນຈີ້ຟານ ຖືກລົງໂທດ 5 ປີ ປັບໄໝ 7,500 ປອນ, ຈ່າງປິ່ງຢູ໋ ຖືກລົງໂທດ 2 ປີ ປັບໄໝ 7,500 ປອນ, ຈ້າວຈຽນໂປ ຖືກລົງໂທດ 2 ປີ 8 ເດືອນ ປັບໄໝ 7,500 ປອນ.
ຂະນະທີ່ ຫລ່ຽງເວິນໂປ ແລະ ຫລີຫາງ ຖືກແບນຕະຫລອດຊີວິດ ພ້ອມຖືກປັບໄໝຜູ້ລະ 43,000 ປອນ.