ການແຂ່ງຂັນບານສົ່ງໃນຮົ່ມຊາຍລະດັບໂລກ ລາຍການ FIVB ເນຊັ່ນລີກ ປະຈຳປີ 2023 ການແຂ່ງຂັນອາທິດທີ 2 ກຸ່ມທີ 4 ແຂ່ງທີ່ອໍເລອ໋ອງ ປະເທດຝຣັ່ງ, ຍີ່ປຸ່ນ ຜົນງານດີຕໍ່ເນື່ອງ ຄວ້າໄຊຊະນະ 6 ນັດລວດ ຫລ້າສຸດຊະນະ ກູບ້າ 3–0 ເຊັດ: 25–21, 25–16 ແລະ 25–21. ຂະນະທີ່ ຝຣັ່ງ ແຊ້ມເກົ່າ ຖືກ ອາກຊັງຕິນ ແຊງຊະນະ 3–1 ເຊັດ, ສະໂລເວນີ້ ຊະນະ ການາດ້າ 3–0 ເຊັດ.
ກຸ່ມທີ 3 ແຂ່ງທີ່ຣັອດເຕີດຳ ປະເທດໂຮນລັງ: ສະຫະລັດ ອາເມຣິກາ ຮອງແຊ້ມຄັ້ງຜ່ານມາ ຊະນະ ສປ ຈີນ 3–0 ເຊັດ, ອີຕາລີ ຊະນະ ອີຣານ 3–0 ເຊັດ ແລະ ໂປໂລຍ ຊະນະ ເຢຍລະມັນ 3–2 ເຊັດ.
ສະຫລຸບຕາຕະລາງອັນດັບປັດຈຸບັນ ຍີ່ປຸ່ນ ເປັນທີມນຳ ຊະນະ 6 ນັດລວດ, ຮອງລົງມາແມ່ນ ສະຫະລັດ ອາເມຣິກາ, ສະໂລເວນີ້ ຊະນະ 5 ເສຍ 1, ເບຣຊິນ, ໂປໂລຍ ຊະນະ 4 ເສຍ 1, ອາກຊັງຕິນ ຊະນະ 4 ເສຍ 2, ໂຮນລັງ, ອີຕາລີ ຊະນະ 3 ເສຍ 2, ອີຣານ ຊະນະ 2 ເສຍ 4, ແຊັກບີ້ ຊະນະ 2 ເສຍ 3, ບຸນກາຣີ້, ຝຣັ່ງ, ກູບ້າ ຊະນະ 1 ເສຍ 4, ເຢຍລະມັນ, ການາດ້າ ແລະ ຈີນ ຊະນະ 1 ເສຍ 5.
ສຳລັບການແຂ່ງຂັນບານສົ່ງໃນຮົ່ມຊາຍ ເນຊັ່ນລີກ 2023 ມີ 16 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນໃນຮອບຄັດເລືອກ ທຸກທີມໄດ້ພົບກັນໝົດ ໂດຍແບ່ງການແຂ່ງຂັນອອກເປັນ 3 ອາທິດ, ທີມໜຶ່ງຕ້ອງແຂ່ງໃຫ້ສຳເລັດ 12 ນັດ ແລ້ວຄັດເອົາທີ 1–8 ໄປແຂ່ງຂັນຮອບສຸດທ້າຍທີ່ປະເທດໂປໂລຍ ໃນລະຫວ່າງວັນທີ 19–23 ກໍລະກົດ 2023, ສ່ວນການຄັດເລືອກຈະສຳເລັດໃນວັນທີ 9 ກໍລະກົດ 2023.
Photo: Volleyball World