ໂທນີ້ ໂກສ ກອງກາງຊາວເຢຍລະມັນ ໄວ 33 ປີ ຕົກລົງຕໍ່ສັນຍາກັບຕົ້ນສັງກັດ ຣຽວ ມາດຣິດ ອີກ 1 ປີ. ໂທນີ້ ໂກສ ຢູ່ກັບ ຣາຊາຊຸດຂາວ ມາແຕ່ປີ 2014 ລົງຫລິ້ນ 417 ນັດ ຍິງ 27 ປະຕູ, ຊ່ວຍທີມໄດ້ແຊ້ມ ລາລີກ້າ 3 ສະໄໝ, ໂຄປ້າ ເດວເຣ 1 ສະໄໝ, ຊຸບເປີຄັບແອັສປາຍ 3 ສະໄໝ, ຢູຟ້າ ແຊ້ມປ້ຽນລີກ 4 ສະໄໝ, ຢູຟ້າ ຊຸບເປີຄັບ 3 ສະໄໝ ແລະ ແຊ້ມສະໂມສອນໂລກ 4 ສະໄໝ.
Photo: Real Madrid C.F.