ອາຣເຊນໍລ ຕົກລົງຈ່າຍ 65 ລ້ານປອນ ໃຫ້ ເຊວຊີ ເພື່ອເອົາ ຄາຍ ຮາແວັດ ສູນໜ້າທີມຊາດເຢຍລະມັນ ມາເສີມທັບ. ລາຍງານລະບຸວ່າ: ເງື່ອນໄຂລະຫວ່າງສອງສະໂມສອນ ແລະ ນັກກິລາລົງເອີຍດ້ວຍດີ ຄາດວ່າ ເດີ ກັນເນີ້ ຈະເປີດໂຕ ສູນໜ້າໄວ 24 ປີ ໃນມໍ່ໆນີ້.
ເຊວຊີ ຊື້ ຮາແວັດ ມາຈາກ ໄບເອີ ເລເວີຄູເຊັ້ນ ໃນປີ 2020 ດ້ວຍຄ່າໂຕ 71 ລ້ານປອນ ແຕ່ຜົນງານຍັງບໍ່ປະຈັກຕາເໝືອນກັບຢູ່ທີມເກົ່າ. ຮາແວັດ ຄືຜູ້ຍິງປະຕູໄຊ ຊ່ວຍ ເຊວຊີ ຊະນະ ແມນຊິຕີ້ 1-0 ຄວ້າແຊ້ມ ຢູຟ້າ ແຊ້ມປ້ຽນລີກ ປີ 2021.
Photo: Chelsea Football Club