ຈໍເກ້ ມາຣຕິນ ຊະນະ ບານາຢ້າ ສ້ຽວວິນາທີ! ຄວ້າແຊ້ມ MotoGP ສະໜາມທີ 7 ປີ 2023

ການແຂ່ງຂັນລົດຈັກທາງລຽບ ຊິງແຊ້ມໂລກ ສະໜາມທີ 7 ຂອງປີ 2023 ລາຍການ ເຢີມັນ ກຣັງປຣີ ທີ່ສະໜາມ ຊັກເຊັນຣິ້ງ, ປະເທດເຢຍລະມັນ ໃນທ້າຍອາທິດຜ່ານມາ ຄວາມຍາວຕໍ່ຮອບ 3.671 ແມັດ ແຂ່ງທັງໝົດ 30 ຮອບ.

ປະກົດວ່າ: ຈໍເກ້ ມາຣຕິນ ນັກຂັບຊາວແອັສປາຍ ຈາກຄ້າຍດູຄາຕິ ເອົາຊະນະ ຟຣານເຊັສໂກ້ ແບັກໄນອາ (ບານາຢ້າ) ແຊ້ມເກົ່າ ຊາວອີຕາລີ ຈາກຄ້າຍດຽວກັນ ພຽງສ້ຽວວິນາທີ 0.064 ເວລາລວມ 40 ນາທີ 52.449 ວິນາທີ, ໄດ້ແຊ້ມສະໜາມທຳອິດໃນປີນີ້ ແລະ ເປັນແຊ້ມສະໜາມທີສອງ ຕໍ່ຈາກປີ 2021 ພ້ອມກັນນີ້ ຈໍເກ້ ມາຣຕິນ ຍັງເປັນຜູ້ຊະນະເລີດການ Sprint ເກັບເພີ່ມອີກ 12 ຄະແນນ ເປັນ 37 ຄະແນນ.

ສຳລັບ ອັນດັບ 3 ສະໜາມນີ້ເປັນຂອງ ໂຢຮັນ ຊາໂກ້ ນັກຂັບຊາວຝຣັ່ງ ຈາກຄ້າຍດູຄາຕິ ຕາມຫລັງແຊ້ມ 7.013 ວິນາທີ, ຂະນະທີ່ ຟາບີໂອ ກົວຕາຣາໂຣ້ ແຊ້ມໂລກປີ 2021 ຊາວຝຣັ່ງ ຈາກຄ້າຍຢາມາຮ້າ ຈົບທີ 13 ແລະ ມາກ ມາເກັຊ ແຊ້ມໂລກ 6 ສະໄໝ ຊາວແອັສປາຍ ຈາກຄ້າຍຮອນດ້າ ບໍ່ໄດ້ລົງແຂ່ງຂັນ ຍ້ອນມີອາການບາດເຈັບມືຊ້າຍ.

ສະຫລຸບຄະແນນນັກຂັບຜ່ານໄປ 7 ສະໜາມ ຜູ້ນຳຍັງຄົງເປັນ ຟຣານເຊັສໂກ້ ແບັກໄນອາ (ບານາຢ້າ) ແຊ້ມເກົ່າ ມີ 160 ຄະແນນ, ທີສອງແມ່ນ ຈໍເກ້ ມາຣຕິນ ມີ 144 ຄະແນນ, ທີສາມ ມາຣໂກ້ ເບັຊແຊັກຄີ້ ມີ 126 ຄະແນນ. ທີມຜູ້ສ້າງ ຜູ້ນຳຍັງຄົງແມ່ນຄ້າຍດູຄາຕິ ມີ 248 ຄະແນນ, ທີສອງ ເຄທີເອັມ ມີ 135 ຄະແນນ, ທີສາມ ອາພຣີເລຍ ມີ 99 ຄະແນນ.

ສະໜາມຕໍ່ໄປ ສະໜາມທີ 8 ລາຍການ Dutch TT ທີ່ສະໜາມ TT Circuit Assen, ປະເທດໂຮນລັງ ຈະແຂ່ງຂັນວັນທີ 23-25 ມິຖຸນານີ້.

Photo: MotoGP

Leave a Reply

Your email address will not be published. Required fields are marked *