ເຊວຊີ ຢືນຢັນທາງການ! ກ໋ອງເຕ້ ຍ້າຍໄປຮ່ວມທີມ ອາວ ອິດທີຮັດ ໃນຊາອຸດິອາຣາເບຍ

ເຊວຊີ ຢືນຢັນທາງການ! ເອັນໂກໂລ້ ກ໋ອງເຕ້ ກອງກາງທີມຊາດຝຣັ່ງ ທີ່ຈະໝົດສັນຍາກັບທີມຫລັງສິ້ນສຸດເດືອນມິຖຸນານີ້ ຈະຍ້າຍໄປຮ່ວມທີມ ອາວ ອິດທີຮັດ ທີມຊັ້ນນຳໃນລີກສູງສຸດຂອງ ຊາອຸດິອາຣາເບຍ.

ລາຍງານລະບຸວ່າ: ກ໋ອງເຕ້ ໄວ 32 ປີ ເຊື້ອສາຍມາລີ ຕົກລົງສັນຍາກັບ ອາວ ອິດທີຮັດ 3 ປີ ພ້ອມຄ່າແຮງງານ 86 ລ້ານປອນ, ເປັນອີກໜຶ່ງນັກເຕະຊື່ດັງຊາວຝຣັ່ງ ເລືອກຍ້າຍໄປຮ່ວມທັບ ອາວ ອິດທີຮັດ ຕໍ່ຈາກ ຄາຣິມ ເບັນເຊມ້າ.

ເອັນໂກໂລ້ ກ໋ອງເຕ້ ຝາກຜົນງານໄວ້ຫລາຍຢ່າງກັບ ເຊວຊີ ຊ່ວຍທີມໄດ້ແຊ້ມ ພຣີເມ່ຍລີກ, ເອັຟເອຄັບ, ຢູຟ້າ ແຊ້ມປ້ຽນລີກ, ຢູໂຣປ້າລີກ, ຢູຟ້າ ຊຸບເປີຄັບ ແລະ ແຊ້ມສະໂມສອນໂລກ ຢ່າງລະ 1 ສະໄໝ.

Photo: N’Golo Kante

Leave a Reply

Your email address will not be published. Required fields are marked *