ລຸຍ ດີອັຊ ແລະ ຮວນ ກົວດາໂດ້ ຍິງຜູ້ລະປະຕູ ຊ່ວຍ ໂຄລົມເບຍ ບຸກຊະນະ ເຢຍລະມັນ 2-0

ລຸຍ ດີອັຊ ແລະ ຮວນ ກົວດາໂດ້ ສອງຕົວບຸກຈາກ ລີເວີພູລ ແລະ ຢູເວັນຕຸສ ຍິງຜູ້ລະປະຕູ ຊ່ວຍ ໂຄລົມເບຍ (ໂຄລົມບີ) ບຸກຊະນະ ອິນຊີເຫລັກ ເຢຍລະມັນ 2-0 ໂຄລົມເບຍ ຍັງບໍ່ເສຍໃນ 11 ນັດຫລັງສຸດ ໃນນີ້ ຊະນະ 9 ສະເໝີ 2, ຂະນະທີ່ ເຢຍລະມັນ 4 ນັດ ຍັງບໍ່ຊະນະ ເສຍ 3 ສະເໝີ 1.

ຜົນຄູ່ອື່ນທີ່ໜ້າສົນໃຈ: ຍີ່ປຸ່ນ ຊະນະ ເປຣູ 4-1, ສາທາລະນະລັດເກົາຫລີ ສະເໝີກັບ ເອວ ຊາວາດໍຣ 1-1, ຫວຽດນາມ ຊະນະ ຊີຣີ້ 1-0 ແລະ ມາເລເຊຍ ຖະຫລົ່ມ ປາປົວ ນິວກີນີ 10-0.

Photo: Selección Colombia – FCFSeleccionCol

Leave a Reply

Your email address will not be published. Required fields are marked *