ມາເນ່ ຍິງ 2 ປະຕູ ຊ່ວຍ ທີມຊາດເຊເນການ ຊະນະ ເບຣຊິນ 4-2

ເຕະບານອຸ່ນເຄື່ອງລະດັບທີມຊາດ ເມື່ອວັນທີ 20 ມິຖຸນາຜ່ານມາ, ທັບແຊມບ້າ ທີມຊາດເບຣຊິນ ແຊ້ມໂລກ 5 ສະໄໝ ອຸ່ນເຄື່ອງກັບ ທີມຊາດເຊເນການ ແຊ້ມທະວີບອາຟຣິກາຫລ້າສຸດ ທີ່ນະຄອນຫລວງລິສບ້ອນ ປະເທດປັອກຕຸຍການ.

ເກມນີ້ ເປັນ ເຊເນການ ເປັນຝ່າຍເອົາຊະນະ ເບຣຊິນ ແບບສຸດມັນ 4-2 ຊາດີໂອ ມາເນ່ ສູນໜ້າບາເຢິນ ມິວນິກ ຍິງສອງປະຕູ ຊ່ວຍທີມຊາດເຊເນການ ເອົາຊະນະ ເບຣຊິນ ຄັ້ງທຳອິດ.

Photo: Bleacher Report Football

Leave a Reply

Your email address will not be published. Required fields are marked *