ໂຣເມລູ ລູກາກູ ສູນໜ້າ ອິນເຕີ ມິລານ ຍິງສອງປະຕູ ຊ່ວຍທີມຊາດເບວຢ້ຽມ (ແບນຊິກ) ບຸກຊະນະ ເອັສໂຕເນຍ (ເອັສໂຕນີ້) 3-0 ຢູໂຣ 2024 ຮອບຄັດເລືອກ ກຸ່ມ F.
ລູກາກູ ເພີ່ມສະຖິຕິຍິງປະຕູໃຫ້ທີມຊາດຫລາຍສຸດ 75 ປະຕູ ຈາກການລົງຫລິ້ນ 108 ນັດ, ຂະນະນີ້ ທີມຊາດແບນຊິກ ມີ 7 ຄະແນນ ຈາກ 3 ນັດໃນກຸ່ມ F ຕາມຫລັງ ໂອຕຣິດ ທີມນຳ 3 ຄະແນນ ແຕ່ ແບນຊິກ ແຂ່ງໜ້ອຍກວ່າໜຶ່ງນັດ.
Photo: Belgian Red Devils