ເອີລິ້ງ ຮາແລນ ຍິງສອງປະຕູ ຊ່ວຍທີມຊາດນໍຣເວ (ນອກແວ) ເປີດບ້ານຊະນະ ໄຊປຣັສ 3-1 ຢູໂຣ 2024 ຮອບຄັດເລືອກ ກຸ່ມ A, ລະດູການນີ້ ຮາແລນ ຍິງໄປແລ້ວ 56 ປະຕູ ກັບສະໂມສອນ ແລະ ທີມຊາດ.
ປັດຈຸບັນ ທີມຊາດນອກແວ ມີ 4 ຄະແນນ ຈາກ 4 ນັດ ຮອບຄັດເລືອກ ກຸ່ມ A ຕາມຫລັງ ສະກັອດແລນ ທີມນຳ ທີ່ຊະນະ 4 ນັດລວດ 8 ຄະແນນ.
Photo: UEFA