CR7 ຄຣິສເຕຍໂນ້ ໂຣນາວໂດ້ ສ້າງສະຖິຕິໂລກ ເປັນນັກເຕະບານຄົນທຳອິດ ລົງສະໜາມຮັບໃຊ້ທີມຊາດຫລາຍສຸດໃນໂລກ ລວມ 200 ນັດ ພາຍຫລັງນັດຫລ້າສຸດ ລົງສະໜາມຮັບໃຊ້ທີມຊາດໂປຕູເກດ (ປັອກຕຸຍການ) ບຸກຊະນະ ໄອຊແລນ (ອິດສະລັງ) 1-0 ຢູໂຣ 2024 ຮອບຄັດເລືອກ ກຸ່ມ J ຄືນວັນທີ 20 ມິຖຸນາ 2023 ໂດຍ CR7 ເປັນຜູ້ຍິງປະຕູໄຊ ນາທີ 89′ ພາທີມຊາດປັອກຕຸຍການ ຊະນະ 4 ນັດລວດ.
ພ້ອມດຽວກັນນີ້ ໂຣນາວໂດ້ ໄວ 38 ປີ ຍັງສ້າງສະຖິຕິຍິງປະຕູໃຫ້ທີມຊາດຫລາຍສຸດໃນໂລກ ລວມ 123 ປະຕູ.
Photo: UEFA