ເຫລືອອີກ 1 ເດືອນ (30 ວັນ) ເຕະບານຍິງ ຊິງແຊ້ມໂລກ 2023 ຈະເປີດສາກຂຶ້ນຢ່າງເປັນທາງການ ທີ່ປະເທດອົດສະຕຣາລີ ແລະ ນິວຊີແລນ (ນູແວນເຊລັງ) ເປັນເຈົ້າພາບຮ່ວມກັນຄັ້ງທຳອິດ. ປະຈຸບັນ ບັດເຂົ້າຊົມຂາຍໄປແລ້ວ ຫລາຍກວ່າ 1 ລ້ານບັດ ຖືວ່າເປັນສະຖິຕິສູງສຸດ ໃນບານໂລກເພດຍິງ ໂດຍຕັ້ງເປົ້າອາດຂາຍໄດ້ເຖິງ 1.5 ລ້ານບັດ ແລະ ຄາດວ່າຈະມີຜູ້ຊົມທາງໂທລະພາບເຖິງ 2 ຕື້.
ການແຂ່ງຂັນຄັ້ງນີ້ ເປັນຄັ້ງທຳອິດທີ່ຮອບສຸດທ້າຍມີ 32 ທີມ ຜ່ານມາສູງສຸດແມ່ນ 24 ທີມ, ຈະແຂ່ງຂັນໃນລະຫວ່າງວັນທີ 20 ກໍລະກົດ – 20 ສິງຫາ 2023.
Photo: FIFAWomensWorldCup2023