ຝ່າຍຈັດການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ອອກມາຢືນຢັນວ່າ: ການແຂ່ງຂັນທ້າຍອາທິດນີ້ ຖືກເລື່ອນການແຂ່ງຂັນອອກໄປຈຳນວນ 3 ຄູ່ຄື: ແມນເຊັສເຕີ ຢູໄນເຕັດ ພົບ ລີດ ຢູໄນເຕັດ, ເຊວຊີ ພົບ ລີເວີພູລ ແລະ ໄບຣຕັ້ນ ພົບ ຄຣິສຕັນ ພາເລດ, ສາເຫດທີ່ຈຳເປັນຕ້ອງເລື່ອນການແຂ່ງຂັນ ເນື່ອງຈາກການສະຫວັນນະຄົດຂອງສົມເດັດພະຣາຊະນີ ອາລີຊາເບັດ ທີສອງ ເຊິ່ງງານສົບຂອງພະຣາຊະນີ ອາລີຊາເບັດ ທີສອງ ຕ້ອງໄດ້ໃຊ້ເຈົ້າໜ້າທີ່ຕຳຫລວດຈຳນວນຫລາຍ, ເຮັດໃຫ້ຕຳຫລວດອາດບໍ່ພຽງພໍໃນບາງເກມສຳຄັນ ໂດຍສະເພາະ ຄູ່ບິກແມັດ ເຊວຊີ ພົບ ລີເວີພູລ ຊຶ່ງສະໜາມສະແຕມຟອດບິດຈ໌ ໃກ້ຄຽງກັບງານງານສົບຂອງພະຣາຊະນີ ອາລີຊາເບັດ ທີສອງ ແລະ ເປັນເກມທີ່ອາດມີແຟນບານດຸເດືອດ ສ່ຽງປະທະກັນ.
ຂະນະທີ່ ແມນຢູ ພົບ ລີດ ເຖິງວ່າສະໜາມໂອນແທັຟຟອດ ໄກຈາກງານງານສົບຂອງພະຣາຊະນີ ອາລີຊາເບັດ ທີສອງ ຫລາຍກວ່າ 300 ກິໂລແມັດ ແຕ່ເປັນອີກໜຶ່ງນັດທີ່ໃຊ້ເຈົ້າໜ້າທີ່ຕຳຫລວດຈຳນວນຫລາຍ ເພາະແຟນບານສອງທີມອາດສ່ຽງປະທະກັນເໝືອນກັບຜ່ານມາ. ສ່ວນ ໄບຣຕັ້ນ ພົບ ຄຣິສຕັນ ພາເລດ ຖືກເລື່ອນຍ້ອນການຢຸດງານຂອງລົດໄຟ. ຂະນະທີ່ອີກ 7 ຄູ່ ແຂ່ງຂັນຕາມແຜນ: 16 ກັນຍາ ສອງຄູ່: ແອັສຕັນ ວິນລ້າ ພົບ ເຊົາແທ່ມຕັນ, ນັອດຕິ້ງແຮມ ຟໍເຣັດ ພົບ ຟູແລ່ມ, ວັນທີ 17 ກັນຍາ ສາມຄູ່: ວູຟແຮມຕັນ ພົບ ແມນຊິຕີ້, ນິວຄາສເຊິນ ພົບ ບຣອນມັດ, ສະເປີ ພົບ ເລັສເຕີ ແລະ ວັນທີ 18 ກັນຍາ ສອງຄູ່: ເບັນຟອດ ພົບ ອາຣເຊນໍລ ແລະ ເອຟເວີຕັນ ພົບ ເວັສແຮມ.
Photo: Manchester United, Premier League