ທ່ານ ວົງວິເສດ ໄຊຍະວົງ ນັກກິລາ Duathlon ຈາກລາວ ຄວ້າອັນດັບທີ 1 ການແຂ່ງຂັນກິລາ Duathlon ທີ່ໃຫຍ່ທີ່ສຸດໃນໂລກ ລາຍການ POWERMAN MALAYSIA 2023 ໃນວັນທີ 18 ມິຖຸນາ 2023 ທີ່ Dataran Putrajaya, ປະເທດມາເລເຊຍ. ທ່ານ ວົງວິເສດ ໄຊຍະວົງ ລົງແຂ່ງຂັນຮຸ່ນອາຍຸ 40-49 ປີ ໄດ້ອັນດັບທີ 1 ແລະ ອັນດັບທີ 20 ປະເພດ Overall.
ສ່ວນອີກ 2 ນັກກິລາຈາກລາວ: ທ່ານ ອິນທີ ເດືອນສະຫວັນ ໄດ້ອັນດັບທີ 24 ຮຸ່ນອາຍຸ 50 ປີຂຶ້ນໄປ ແລະ ອັນດັບ 380 ປະເພດ Overall. ຂະນະທີ່ ຖາວອນ ພົນອາສາ ໄດ້ອັນດັບທີ 3 ໃນຮຸ່ນອາຍຸ 18-39 ປີ ແລະ ອັນດັບທີ 4 ປະເພດ Overall.
ການແຂ່ງຂັນກິລາ Duathlon ຄັ້ງນີ້ ນັກກິລາລາວເລືອກລົງແລ່ນ 5 ກິໂລແມັດ ແລະ ຂີ່ລົດຖີບ 30 ກິໂລແມັດ, ຄັ້ງນີ້ ມີນັກກິລາເຂົ້າຮ່ວມ 4,700 ກວ່າຄົນ ຈາກ 35 ປະເທດ, ເປັນກິດຈະກຳທີ່ສົ່ງເສີມການອອກກຳລັງກາຍ ແລະ ກະຕຸ້ນການທ່ອງທ່ຽວ.
Info & Photo: Inthy Deuandavanh