ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ກຸ່ມ D ນັດທີ 2 ວັນທີ 20 ມິຖຸນາຜ່ານມາ, U17 ທີມຊາດຫວຽດນາມ ເສຍໃຫ້ U17 ທີມຊາດຍີ່ປຸ່ນ 0-4, ຂະນະທີ່ ອຸສເບກິສຖານ ຊະນະ ອິນເດຍ 1-0.
U17 ຍີ່ປຸ່ນ ແລະ ອຸສເບກິສຖານ ແຂ່ງ 2 ນັດ ມີ 4 ຄະແນນເທົ່າກັນ, ສ່ວນ ອິນເດຍ ແລະ ຫວຽດນາມ ແຂ່ງ 2 ນັດ ມີ 1 ຄະແນນ. ນັດສຸດທ້າຍ ຍີ່ປຸ່ນ ພົບ ອິນເດຍ ແລະ ອຸສເບກິສຖານ ພົບ ຫວຽດນາມ ຈະແຂ່ງຂັນວັນທີ 23 ມິຖຸນານີ້ ເວລາ 19:00 ພ້ອມກັນທັງສອງຄູ່.
ສ່ວນ ມື້ນີ້ 21 ມິຖຸນາ U17 ທີມຊາດລາວ ລົງແຂ່ງຂັນນັດສຸດທ້າຍຂອງກຸ່ມ A ພົບກັບ ມາເລເຊຍ ເວລາ 19:00 ແຂ່ງພ້ອມກັບ ໄທ ເຈົ້າພາບ ພົບ ເຢເມັນ.
Photo: AFC