ເຊວຊີ ໄດ້ ຄຣິສໂຕຣເຟີ ເອັນກຸນກູ ສູນໜ້າທີມຊາດຝຣັ່ງ ໄວ 25 ປີ ຈາກອາຣແບ ໄລຊິກ ມາເສີມທັບ ດ້ວຍຄ່າໂຕ 52 ລ້ານປອນ ເຊັນສັນຍາ 6 ປີ. ລະດູການຜ່ານມາ ເອັນກຸນກູ ລົງຫລິ້ນບໍ່ຫລາຍເໝືອນລະດູການກ່ອນ ຍ້ອນມີອາການບາດເຈັບລົບກວນ ຈົນບໍ່ໄດ້ໄປ ບານໂລກ 2022 ກັບທີມຊາດຝຣັ່ງ ແຕ່ຜົນງານໂດຍລວມໃນລະດູການຫ້າສຸດ ກໍບໍ່ທຳມະດາ ຍິງ 23 ປະຕູ ຈາກ 38 ນັດໃນທຸກລາຍການ, ສະເພາະໃນ ບຸນເດັສລີກ້າ ຍິງ 16 ປະຕູ ຈາກ 25 ນັດ.
ອາດີດເດັກປັ້ນ ປາຣີ ແຊັງແຊກແມັງ ເຄີຍໄດ້ຮັບລາງວັນດາວຍິງສູງສຸດ ບຸນເດັສລີກ້າ ລະດູການ 2021-22 ແລະ ໄດ້ລາງວັນນັກເຕະດີເດັ່ນຂອງສະມາຄົມນັກເຕະບານອາຊີບຂອງເຢຍລະມັນໃນປີດຽວກັນ, ຊ່ວຍ ອາຣແບ ໄລຊິກ ໄດ້ແຊ້ມ DFB Pokal 2 ລະດູການຫລັງສຸດ.
Photo: RB Leipzig