ວິນແຮມ ຄຣາກ ນັກກັອຟຊາວອາເມຣິກາ ໄວ 29 ປີ ພາຍຫລັງຄວ້າແຊ້ມກັອຟ ເມເຈີ ຢູເອັສ ໂອເພັນ 2023 ໃນທ້າຍອາທິດຜ່ານມາ ເຊິ່ງເປັນແຊ້ມເມເຈີລາຍການທຳອິດໃນອາຊີບ ຄະແນນລວມ 4 ວັນ -10 ອັນເດີພາຣ ເອົາຊະນະ ຣໍຣີ້ ແມັກອິວຣອຍ ຈາກໄອແລນເໜືອ ອາດີດແຊ້ມປີ 2011 ພຽງ 1 ສະໂຕ໊ກ.
ວິນແຮມ ຄຣາກ ຮັບຂັນແຊ້ມ ພ້ອມເງິນລາງວັນ 3,600,000 ໂດລາສະຫະລັດ ຫລື ປະມານ 66 ຕື້ກວ່າກີບ ແລະ ອັນດັບໂລກຫຍັບຂຶ້ນ 19 ອັນດັບ ມາຢູ່ທີ 13 ຂອງໂລກຄັ້ງທຳອິດ ມີຄະແນນສະເລ່ຍ , ສ່ວນເບີ 1 ຂອງໂລກຍັງຄົງເປັນ ສະກັອດຕີ້ ເຊັຟເລີ້ ຊາວອາເມຣິກາ ມີ 11.93 ຄະແນນ, 2 ຈອນ ຣາມ ຈາກແອັສປາຍ ມີ 10.30 ຄະແນນ, ທີ 3 ຣໍຣີ້ ແມັກອິວຣອຍ ຮອງແຊ້ມ ຢູເອັສ ໂອເພັນ 2023 ມີ 9.25 ຄະແນນ, ທີ 4 ແພັດທຣິກ ແຄນລີ້ ຈາກອາເມຣິກາ, ທີ 5 ວິກເຕີ ໂຮຟແລ້ນ ຈາກນອກແວ, ທີ 6 ຊານເດີ ຊາຟເຟ້ວ ຈາກອາເມຣິກາ, ທີ 7 ຄາເມຣ້ອນ ສະມິດ ຈາກອົດສະຕຣາລີ, ທີ 8 ແມັດ ຟຣິດແພັດທຣິກ ຈາກອັງກິດ, ທີ 9 ແມັກ ໂຮມ້າ ຈາກອາເມຣິກາ ແລະ ທີ 10 ຈໍແດນ ສະປີດ ຈາກອາເມຣິກາ.
ກັອຟພີຈີເອທົວ ໃນອາທິດນີ້ ມີແຂ່ງຂັນລາຍການ Travelers Championship ທີ່ສະໜາມ TPC at River Highlands ເມືອງ Cromwell ລັດ Connecticut ສະຫະລັດ ອາເມຣິກາ, ຊິງເງິນລາງວັນລວມ 20,000,000 ໂດລາສະຫະລັດ.
Photo: U.S. Open Championship