ການແຂ່ງຂັນ ລົດສູດໜຶ່ງ ຟໍຣມູລ້າວັນ ສະໜາມທີ 8 ຂອງປີ 2023 ລາຍການ ແຄນນາດ້ຽນ ກຣັງປຣີ ທີ່ສະໜາມ ຈິວ ວິວນໍວີ້, ນະຄອນມອນເທຣໂອ, ປະເທດການາດ້າ ໃນທ້າຍອາທິດຜ່ານມາ, ຄວາມຍາວຕໍ່ຮອບ 4.361 ແມັດ ແຂ່ງທັງໝົດ 70 ຮອບ.
ປະກົດວ່າ: ແມັກ ເວີສະເຕັບເປິ້ນ ແຊ້ມເກົ່າ ຊາວໂຮນລັງ ຈາກທີມເຣດບລູ ເຣຊິ້ງ ຮອນດ້າ ອອກໂຕເປັນຄົນທຳອິດ ປະຄອງລົດຄູ່ໃຈເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 1 ຊົ່ວໂມງ 33 ນາທີ 58.348 ວິນາທີ ເອົາຊະນະ ເຟີນັນໂດ ອາລອນໂຊ້ ແຊ້ມໂລກ 2 ສະໄໝ ຊາວແອັສປາຍ ຈາກຄ້າຍ Aston Martin Aramco-Mercedes 9.570 ວິນາທີ. ເວີສະເຕັບເປິ້ນ ປ້ອງກັນແຊ້ມລາຍການນີ້ໄດ້ສຳເລັດ ແລະ ຄວ້າແຊ້ມ 4 ສະໜາມຕິດຕໍ່ກັນ ແລະ ເປັນແຊ້ມສະໜາມທີ 6 ຈາກ 8 ສະໜາມໃນປີນີ້ ພ້ອມກັບພາຕົ້ນສັງກັດຄວ້າໄຊສະໜາມທີ 100 ໃນ F1. ສ່ວນ ທີ 4 ແລະ ທີ 5 ແມ່ນຄ້າຍເຟີຣາຣີ້ ຊາວ ເລັກເລີ ແລະ ຄາຣລັອສ ເຊັນ.
ຜ່ານໄປ 8 ສະໜາມ ຜູ້ນຳຄະແນນລວມນັກຂັບຍັງຄົງແມ່ນ ແຊ້ມເກົ່າ ເວີສະເຕັບເປິ້ນ ມີ 195 ຄະແນນ, ທີສອງ ເຊີຈີໂອ້ ເປເຣັຊ ເພື່ອນຮ່ວມທີມ ມີ 126 ຄະແນນ, ທີ 3 ເຟີນັນໂດ ອາລອນໂຊ້ ມີ 117 ຄະແນນ.
ສ່ວນທີມຜູ້ສ້າງ ທີມນຳແມ່ນ ທີມເຣດບລູ ເຣຊິ້ງ ຮອນດ້າ ມີ 321 ຄະແນນ, ຮອງລົງມາແມ່ນ ເມີຊີເດັຊ ມີ 167 ຄະແນນ ແລະ Aston Martin Aramco-Mercedes ມີ 154 ຄະແນນ.
ສະໜາມຕໍ່ໄປ ສະໜາມທີ 9 ລາຍການ Austrian Grand Prix ທີ່ສະໜາມ Red Bull Ring, ເມືອງ Spielberg, ປະເທດໂອຕຣິດ ຈະແຂ່ງຂັນວັນທີ 30 ມິຖຸນາ – 2 ກໍລະກົດ 2023 ນີ້.