ເອເອັຟຊີ ບຣອນມັດ ປະກາດປົດ ແກຣີ້ ໂອນິວ ຄູຝຶກຊາວອັງກິດ ອອກຈາກຕຳແໜ່ງຜູ້ຈັດການທີມ ເຖິງວ່າພາທີມລອດຕົກຊັ້ນຈາກ ພຣີເມ່ຍລີກ ໃນລະດູການຫລ້າສຸດ ໂອນິວ ພາ ບຣອນມັດ ຊະນະ 10 ຈາກ 34 ນັດໃນ ພຣີເມ່ຍລີກ ພາທີມຈົບທີ 15 ແຕ່ເຈົ້າຂອງທີມ ບິວ ໂຟລີ້ ຕ້ອງການ ການປ່ຽນແປງໃໝ່ ເລືອກ ອັນໂດນີ້ ອີຣາໂອລ້າ ຄູຝຶກຊາວແອັສປາຍ ໄວ 40 ປີ ອາດີດກອງຫລັງທີມຊາດແອັສປາຍ ແລະ ສະໂມສອນ ບິວເບົາ ຄຸມທີມ ໃນສັນຍາ 2 ປີ, ອີຣາໂອລ້າ ຫາກໍແຍກທາງກັບ ຣາໂຢ້ ບາເລກາໂນ້ ຫລັງພາທີມຈົບອັນດັບ 11 ໃນລາລີກ້າ ລະດູການຜ່ານມາ.
Photo: AFC Bournemouth