ຣາຟາເອວ ໂຣດຣີເກັຊ ຍິງ 8 ປະຕູ ໃນນັດຫລ້າສຸດ! ຂຶ້ນນຳດາວຍິງສູງສຸດ ລາວລີກ 1 ຫຼັງຜ່ານໄປ 12 ນັດ ລວມ 17 ປະຕູ

ອັບເດດດາວຍິງສູງສຸດ ການແຂ່ງຂັນເຕະບານ ລາວລີກ 1 ປະຈຳປີ 2023 ຫລັງຈົບນັດທີ 12 ໃນທ້າຍອາທິດຜ່ານມາ, ປະກົດວ່າ: ຣາຟາເອວ ໂຣດຣີເກັຊ ສູນໜ້າຊາວເບຣຊິນຂອງ ມາສເຕີ ເຊເວັນ ເອັຟຊີ ຍິງ 8 ປະຕູ ຖະຫລົ່ມ ວຽງຈັນ ເອັຟຊີ 14-1 ເຮັດໃຫ້ ຣາຟາເອວ ແຊງ ບຸນພະຈັນ ບຸນກອງ ແລະ ພັດທະນາ ພົມມະເທບ ຂຶ້ນນຳດາວຍິງສູງສຸດທີ່ 17 ປະຕູ, ຮອງລົງມາແມ່ນ ບຸນພະຈັນ ບຸນກອງ ກອງໜ້າຈາກທີມແຊ້ມ ຊ້າງນ້ອຍ ເອຟຊີ ຍິງ 15 ປະຕູ ແລະ ພັດທະນາ ພົມມະເທບ ກອງກາງຈາກເອສະຣາ ຍິງ 10 ປະຕູ.

ສ່ວນ ຜູ້ຮັກສາປະຕູ ທີ່ບໍ່ເສຍປະຕູຫຼາຍສຸດແມ່ນ ສໍລະສັກ ທິລາວົງ ຈາກ ຊ້າງນ້ອຍ ບໍ່ເສຍປະຕູ 9 ນັດ, ອັນດັບສອງ ກົບ ໂລກພະທິບ ຈາກເອສຣາ ບໍ່ເສຍປະຕູ 6 ນັດ ແລະ ແກ້ວອຸດອນ ສຸວັນນະສັງໂສ ຈາກ ກອງທັບ ບໍ່ເສຍປະຕູ 4 ນັດ.

ສຳລັບຕາຕະລາງການແຂ່ງຂັນອາທິດທີ 13 ໃນທ້າຍອາທິດນີ້ ວັນເສົາທີ 24 ມິຖຸນາ ສອງຄູ່: ເອສະຣາ ພົບ ຊ້າງນ້ອຍ ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມໃນ ແລະ ວຽງຈັນ ພົບ ຈຳປາສັກ ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມນອກ ແຂ່ງພ້ອມກັນ ເວລາ 16:00 ໂມງ, ສ່ວນວັນອາທິດທີ 25 ມິຖຸນາ ສອງຄູ່: ມາສເຕີ ເຊເວັນ ພົບ ກອງທັບ ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມໃນ ເວລາ 16:00 ໂມງ ແລະ ນໍ້າທາ ພົບ ຫລວງພະບາງ ທີ່ສະໜາມກິລາແຂວງຫລວງນໍ້າທາ ເວລາ 15:30 ໂມງ.

Photo: Lao League 1 ລາວລີກ 1

Leave a Reply

Your email address will not be published. Required fields are marked *