ຣັອດເຈີ ອາດີດຜູ້ຈັດການທີມ ເລັສເຕີ ກັບໄປຄຸມ ເຊວຕິກ ອີກຄັ້ງ ເຊັນສັນຍາ 3 ປີ

ແບນເດັ້ນ ຣັອດເຈີ ຜູ້ຈັດການທີມຊາວໄອແລນເໜືອ ພາຍຫລັງຖືກ ເລັສເຕີ ຊິຕີ້ ປົດອອກຈາກຕຳແໜ່ງຜູ້ຈັດການທີມໃນທ້າຍລະດູການຜ່ານມາ ຫລັງພາທີມຟອມຕົກ, ຫລ້າສຸດຕັດສິນໃຈກັບໄປຄຸມ ເຊວຕິກ ທີມແຊ້ມລີກສະກັອດແລນອີກຄັ້ງ ເຊັນສັນຍາ 3 ປີ.

ຣັອດເຈີ ເຄີຍຄຸມ ເຊວຕິກ ລະຫວ່າງເດືອນພຶດສະພາ ປີ 2016 ຫາເດືອນກຸມພາ ປີ 2019 ກ່ອນມາຄຸມ ເລັສເຕີ ໂດຍ ຣັອດເຈີ ສາມາດພາ ເຊວຕິກ ໄດ້ 3 ແຊ້ມ 2 ລະດູການຕິດຕໍ່ກັນຄື: ແຊ້ມລີກ, ລີກຄັບ ແລະ ເອັຟເອຄັບຂອງສະກັອດແລນ.

ຣັອດເຈີ ໄວ 50 ປີ ເຂົ້າມາແທນທີ່ ອັງເກ້ ພັອສເຕໂຄກູ (Ange Postecoglou) ຄູຝຶກຊາວອົດສະຕຣາລີ ທີ່ລາທີມໄປຄຸມ ສະເປີ ໃນສັງວຽນ ພຣີເມ່ຍລີກ.

Photo: Celtic FC

Leave a Reply

Your email address will not be published. Required fields are marked *