U17 ສາທາລະນະລັດເກົາຫລີ ຖະຫລົ່ມ ອັຟການິສຖານ 4-0 ຄວ້າໄຊ 2 ນັດລວດ ເຂົ້າຮອບ 8 ທີມສຸດທ້າຍ U17 ຊິງແຊ້ມອາຊີ 2023

U17 ໂສມຂາວ ສາທາລະນະລັດເກົາຫລີ ຟອມເດັ່ນຕໍ່ເນື່ອງ ຖະຫລົ່ມ U17 ອັຟການິສຖານ 4-0 ຄວ້າໄຊ 2 ນັດລວດ ເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ກຸ່ມ B ກ່ອນໜ້ານີ້ ນັດທີ 1 ຖະຫລົ່ມ ກາຕ້າ 6-1. ສາທາລະນະລັດເກົາຫລີ ອາດີດແຊ້ມ 2 ສະໄໝ ເຂົ້າສູ່ຮອບ 8 ທີມສຸດທ້າຍເປັນຄັ້ງທີ 10.

ຂະນະທີ່ ຊາອຸດິອາຣາເບຍ ອາດີດແຊ້ມ 2 ສະໄໝ ຊະນະ ທາຈີກິສຖານ 2-0 ໄດ້ໄຊຊະນະ 2 ນັດລວດໃນກຸ່ມ C ເຂົ້າສູ່ຮອບ 8 ທີມສຸດທ້າຍຕໍ່ໄປ.

Photo: AFC

Leave a Reply

Your email address will not be published. Required fields are marked *