ຄີລຽນ ເອັມບັບເປ້ ສ້າງສະຖິຕິໃໝ່ ເປັນນັກເຕະບານຊາວຝຣັ່ງຄົນທຳອິດຍິງ 54 ປະຕູ ໃນໜຶ່ງລະດູການ ກັບສະໂມສອນ ແລະ ທີມຊາດ ພາຍຫລັງຍິງປະຕູໄຊ ຊ່ວຍທີມຊາດຝຣັ່ງ ຊະນະ ທີມຊາດເກຣັກ 1-0 ຢູໂຣ 2024 ຮອບຄັດເລືອກ ກຸ່ມ B ພາທີມຊະນະ 4 ນັດລວດ.
ການຍິງ 54 ປະຕູຂອງ ເອັມບັບເປ້ ທຳລາຍສະຖິຕິຂອງ ຈຸສ ຟ໋ອງແຕັງ ຕຳນານສູນໜ້າທັບກາໄກ່. ລະດູການນີ້ ເອັມບັບເປ້ ໄວ 24 ປີ ຍິງກັບຕົ້ນສັງກັດ PSG 41 ປະຕູ ແລະ ກັບທີມຊາດ 13 ປະຕູ.
ຂະນະນີ້ ເອັມບັບເປ້ ຍິງໃຫ້ທີມຊາດໄປແລ້ວ 40 ປະຕູ ຈາກ 70 ນັດ ເປັນນັກເຕະຄົນທີ 5 ຂອງປະເທດທີ່ເຮັດໄດ້ ແລະ ເປັນນັກເຕະຄົນທຳອິດ ອາຍຸຍັງບໍ່ເຖິງ 30 ປີ ຍິງໄດ້ 40 ປະຕູ.
Photo: Equipe de France de Football