ຊົມເຊີຍ! ນັກເຕະບານເຍົາວະຊົນລາວ U-9 ປີ ຈາກທີມມາສດ້າ ລາວ ຈີບີ ເອັຟຊີ ຄວ້າທີ 1 ແລະ ທີ 3 ທີ່ຫວຽດນາມ

ນັກເຕະບານຫຼານນ້ອຍເຍົາວະຊົນລາວ U-9 ປີ ຈາກທີມມາສດ້າ ລາວ ຈີບີ ເອັຟຊີ (MAZDA LAOS GB FC) ໜຶ່ງດຽວຈາກ ສປປ ລາວ ທັງທີມ A ແລະ ທີມ B ຄວ້າອັນດັບທີ 1 ແລະ ອັນດັບທີ 3 ລາຍການ ACF Vietnam Football Tournament 2023 ທີ່ທາຍຫງວຽນ ປະເທດຫວຽດນາມ ໃນວັນທີ 17-18 ມິຖຸນາຜ່ານມາ.

ລາຍການນີ້ ມີ 15 ສະໂມສອນທີ່ມາຈາກ 5 ປະເທດເຂົ້າຮ່ວມຄື: ລາວ, ໄທ, ມາເລເຊຍ, ອິນໂດເນເຊຍ ແລະ ຫວຽດນາມ ເຈົ້າພາບ ໂດຍແຂ່ງຂັນ 5 ຮຸ່ນອາຍຸຄື: U-9 ປີ, U-11 ປີ, U-13 ປີ, U-15 ປີ ແລະ U-17 ປີ. ສຳລັບ MAZDA LAOS GB FC ສົ່ງເຂົ້າຮ່ວມ 3 ຮຸ່ນອາຍຸຄື: U-9 ປີ, U-13 ປີ ແລະ U-15 ປີ.

ຮຽບຮຽງ: ຂ່າວກິລາ Lao National TV

Cr: Lao Sport Media

Leave a Reply

Your email address will not be published. Required fields are marked *