ການແຂ່ງຂັນຂັນເທັນນິສ ນໍ້າດື່ມຫົວເສືອ ຫລື Tigerhead Open 2023 ເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນໃນປີນີ້ ໄດ້ສຳເລັດການແຂ່ງຂັນທາງການໃນວັນທີ 17 ມິຖຸນາຜ່ານມາ, ທີ່ເດີ່ນເທັນນິສວຽງຈັນ, ເປັນກຽດເຂົ້າຮ່ວມມີ ທ່ານ ແສງພອນ ພົມອາມາດ ຫົວໜ້າກິລາລະດັບສູງ ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການໂອລິມປິກແຫ່ງຊາດ, ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ, ທ່ານ ດາວອນ ພະຈັນທະວົງ ປະທານສະຫະພັນກິລາເທນນິສແຫ່ງຊາດ, ພ້ອມດ້ວຍນັກກິລາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ການແຂ່ງຂັນຂັນເທັນນິສ 9 ລາຍການ Tigerhead Open ຈັດຂຶ້ນທຸກປີ ນອກຈາກເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຍັງເປັນການສ້າງໂອກາດໃຫ້ນັກເທັນນິສລາວ ໃນແຕ່ລະຮຸ່ນອາຍຸ ໄດ້ແລກປ່ຽນທົດສອບຄວາມສາມາດ ແລະ ເຄື່ອນໄຫວຝຶກແອບແຂ່ງຂັນຢ່າງຕໍ່ເນື່ອງ.
ການແຂ່ງຂັນຄັ້ງນີ້ ໄດ້ເລີ່ມມາແຕ່ວັນທີ 2 ມີຖຸນາ ແລະ ວັນທີ 17 ມີຖຸນາ 2023 ເປັນມື້ຊິງຊະນະເລີດ ແລະ ປິດການແຂ່ງຂັນ, ເຊິ່ງເທື່ອນີ້ ມີຊິງໄຊທັງໝົດ ລາຍການ, ຜົນການແຂ່ງຂັນຜູ້ຊະນະເລີດ ປະເພດດ່ຽວ ຮຸ່ນອາຍຸ 8-12 ປີ ໄດ້ແກ່ ທ້າວ ພູຜາ ຮັບຂັນລາງວັນ ພ້ອມເງິນລາງວັນ 800,000 ກີບ.
ປະເພດດ່ຽວ ຮຸ່ນອາຍຸ 12-16 ປີ ແຊ້ມແມ່ນ ທ້າວ ໄດມ້ອນ ບຸນທະລາ ຮັບຂັນລາງວັນ ພ້ອມເງິນລາງວັນ 800,000 ກີບ.
ຊະນະເລີດປະເພດທົ່ວໄປ ສາຍ ກ ໄດ້ແກ່ ທ້າວ ສະຖາພອນ ສິມມະລາວົງ ຮັບຂັນລາງວັນ ແລະ ເງິນລາງວັນ 1,000,000 ກີບ.
ປະເພດຄູ່ທົ່ວໄປ ແຊ້ມແມ່ນ ວິທະຍາ ຣາຊາວະດີ ແລະ ອານັນດອນ ຄຳພູມີ ຮັບຂັນລາງວັນ ພ້ອມເງິນລາງວັນ 800,000 ກີບ.
ປະເພດດ່ຽວ ສາຍ ຂ ຊະນະເລີດ ທ່ານ ຄຳຫຼ້າ ພອນປະເສິດ ແລະ ທ່ານ ພຸດທະວົງ ບຸນທົງວົງສາລີ ຮັບຂັນລາງວັນ ພ້ອມເງິນລາງວັນ 800,000 ກີບ.
ປະເພດດ່ຽວ ສາຍ ຄ ແຊ້ມແມ່ນ ທ່ານ ຟິວລິບ ຮັບຂັນລາງວັນ ແລະ ເງິນລາງວັນ 1,000,000 ກີບ, ປະເພດຄູ່ ສາຍ ຄ ຊະນະເລີດໄດ້ແກ່ ທ່ານ ແສງພອນ ພົມອາມາດ ແລະ ທ່ານ ສົມສັກ ສະກຸນຄຳ ຮັບຂັນລາງວັນ ແລະ ເງິນລາງວັນ 800,000 ກີບ.
ປະເພດຄູ່ອາຍຸລວມກັນ 75 ຂຶ້ນໄປ ຊະນະເລີດໄດ້ແກ່ ທ່ານ ອິນທະນູ ເດືອນສະຫວັນ ແລະ ທ່ານ ຈຳນຽນສີຫາວົງ ຮັບຂັນລາງວັນ ພ້ອມເງິນລາງວັນ 800,000 ກີບ.
ສ່ວນປະເພດຄູ່ປະສົມ ຊະນະເລີດ ອາໂນລົງ ທຳມະວົງ ແລະ ມະໄລພອນ ປະທຸມມາ ກູໂຣເນັນ ຮັບຂັນລາງວັນ ພ້ອມເງິນລາງວັນ 800,000 ກີບ.
ພິເສດ ການແຂ່ງຂັນຄັ້ງນີ້ ຍັງໄດ້ຈັດໃຫ້ມີກິລາຊ໊ອບເທັນນິສ ເປັນຄັ້ງທຳອິດ ແລະ ຄູ່ແຊ້ມນີ້ເປັນຂອງ ທ້າວ ເປັກກີ້ ວົງພັກດີ ແລະ ທ້າວ ພັດທະນາ ສີສົມບັດ ຮັບຂັນລາງວັນ ພ້ອມເງິນລາງວັນ 800,000 ກີບ.