ການແຂ່ງຂັນເຕະບານ ລາວລີກ 1 ປະຈຳປີ 2023 ນັດທີ 12 ໃນທ້າຍອາທິດຜ່ານມາ, ຊ້າງນ້ອຍ ເອັຟຊີ ແຊ້ມເກົ່າ ແລະ ເປັນທີມແຊ້ມປີນີ້ແນ່ນອນແລ້ວ ຖືກຢຸດສະຖິຕິຊະນະລວດໄວ້ທີ່ 11 ນັດ ພາຍຫລັງບຸກສະເໝີກັບ ກອງທັບ 0-0 ຂະນະທີ່ ວຽງຈັນ ເອັຟຊີ ຟອມຕົກຕໍ່ເນື່ອງ ຖືກ ມາສເຕີ ເຊເວັນ ຖະຫລົ່ມ 14-1 ລົງແຂ່ງ 12 ນັດ ເສຍຫລາຍສຸດເຖິງ 54 ປະຕູ.
ທາງດ້ານ ເອສະຣາ ບຸກຊະນະ ຫລວງພະບາງ ຫວຸດວິດ 1-0 ແລະ ຈຳປາສັກ ແຊງຊະນະ ນໍ້າທາ ຢູໄນເຕັດ 2-1.
ຜ່ານໄປ 12 ນັດທຸກທີມ ຊ້າງນ້ອຍ ທີມແຊ້ມ ຊະນະ 11 ສະເໝີ 1 ມີ 34 ຄະແນນ, ອັນດັບ 2 ມາສເຕີ ເຊເວັນ ມີ 25 ຄະແນນ, ອັນດັບ 3 ແມ່ນ ເອສະຣາ ມີ 23 ຄະແນນ, ທີ 4 ກອງທັບ ມີ 20 ຄະແນນ, ທີ 5 ຫຼວງພະບາງ ມີ 10 ຄະແນນ, ຈຳປາສັກ ແລະ ວຽງຈັນ ມີ 8 ຄະແນນເທົ່າກັນ, ແລະ ນໍ້າທາ ມີ 6 ຄະແນນ.
ສຳລັບຕາຕະລາງການແຂ່ງຂັນອາທິດທີ 13 ໃນທ້າຍອາທິດນີ້ ວັນເສົາທີ 24 ມິຖຸນາ ສອງຄູ່: ເອສະຣາ ພົບ ຊ້າງນ້ອຍ ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມໃນ ແລະ ວຽງຈັນ ພົບ ຈຳປາສັກ ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມນອກ ແຂ່ງພ້ອມກັນ ເວລາ 16:00.
ວັນອາທິດທີ 25 ມິຖຸນາ ສອງຄູ່: ມາສເຕີ ເຊເວັນ ພົບ ກອງທັບ ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ສະໜາມໃນ ເວລາ 16:00 ແລະ ນໍ້າທາ ພົບ ຫລວງພະບາງ ທີ່ສະໜາມກິລາແຂວງຫລວງນໍ້າທາ ເວລາ 15:30.
Photo: Lao League 1 ລາວລີກ 1