ວິກເຕີ ອາເຊວເຊັ້ນ ນັກກິລາດອກປີກໄກ່ ມື 1 ຂອງໂລກ ຈາກເດັນມາກ ກາຍເປັນຄົນທີ 4 ທີ່ສາມາດຄວ້າແຊ້ມ ດອກປີກໄກ່ລະດັບໂລກ ລາຍການ ອິນໂດເນເຊຍ ໂອເພັນ 3 ສະໄໝຕິດຕໍ່ກັນ ພາຍຫລັງຮອບຊິງຊະນະເລີດ ປີ 2023 ເອົາຊະນະ ແອນໂທນີ້ ກິນຕິ້ງ ມື 2 ຂອງໂລກ ຂວັນໃຈເຈົ້າພາບ 2-0 ເກມ: 21-14, 21-13 ຖ້າຄັ້ງຕໍ່ໄປ ອາເຊວເຊັ້ນ ສາມາດຄວ້າແຊ້ມໄດ້ອີກ ຈະກາຍເປັນຄົນທຳອິດ ໄດ້ແຊ້ມລາຍການນີ້ 4 ສະໄໝຊ້ອນ.
ຂະນະທີ່ ປະເພດຍິງດ່ຽວ ແຊ້ມເປັນຂອງ ເສິນຢູ້ເຟີຍ ມື 4 ຂອງໂລກ ຈາກຈີນ ຊະນະ ຄາໂຣລີນ້າ ມາຣິນ ມື 6 ຂອງໂລກ ຈາກແອັສປາຍ 2-0 ເກມ ໄດ້ແຊ້ມຄັ້ງທຳອິດ.
ສ່ວນ ປະເພດຄູ່ຍິງແຊ້ມເປັນຄູ່ຈາກສາທາລະນະລັດເກົາຫລີ, ຄູ່ຊາຍເປັນຂອງ ອິນເດຍ ແລະ ຄູ່ປະສົມເປັນຂອງຈີນ.
Photo: Badminton Photo