ສະເປນ ດວນຈຸດໂທດຊະນະ ໂຄຣເອເຊຍ 5-4 ຄວ້າແຊ້ມ ຢູຟ້າ ເນຊັ່ນລີກ ຄັ້ງທຳອິດ!

ຮອບຊິງຊະນະເລີດ ລະດູການ 2022-23 ເມື່ອວັນທີ 18 ມິຖຸນາຜ່ານມາ ທີ່ສະໜາມເຟເຢນູດ ປະເທດໂຮນລັງ ທີມຊາດສະເປນ (ແອັສປາຍ) ປະທະກັບທີມຊາດໂຄຣເອເຊຍ (ໂຄຣອາຊີ້) ແບບສຸດມັນ ແຕ່ເວລາປົກກະຕິກັບການຕໍ່ເວລາພິເສດບໍ່ມີປະຕູເກີດຂຶ້ນ ສະເໝີກັນ 0-0 ຕ້ອງມາດວນຈຸດໂທດຕັດສິນ ແລະ ເປັນແອັສປາຍ ຍິງໄດ້ຄົມກວ່າ ຊະນະດວນຈຸດໂທດ 5-4.

ແອັສປາຍ ຄວ້າແຊ້ມ ຢູຟ້າ ເນຊັ່ນລີກ ເປັນສະໄໝທຳອິດ ເກມນີ້ ອູໄນ ຊີມ້ອນ ຜູ້ຮັກສາປະຕູຈາກບິວເບົາ ເຊັຟສອງຈຸດໂທດ ຊ່ວຍກອງທັບກະທິງດຸ ຄວ້າແຊ້ມໄດ້ສຳເລັດ ພາຍຫລັງເຂົ້າຊິງປີຜ່ານມາ ປະລາໄຊໃຫ້ ທີມຊາດຝຣັ່ງ.

ສ່ວນຄູ່ຊິງອັນດັບສາມ ທີມຊາດອີຕາລີ ຊະນະ ທີມຊາດເນເທີແລນ (ໂຮນລັງ) ເຈົ້າພາບ 3-2.

Photo: UEFA

Leave a Reply

Your email address will not be published. Required fields are marked *