ອີຕາລີ ແຊ້ມເກົ່າ ແຊງຊະນະ ຈີນ 3-2 ເຊັດ! ບານສົ່ງໃນຮົ່ມຍິງ ເນຊັ່ນລີກ 2023

ການແຂ່ງຂັນບານສົ່ງໃນຮົ່ມຍິງລະດັບໂລກ ລາຍການ FIVB ເນຊັ່ນລີກ ປະຈຳປີ 2023 ຮອບຄັດເລືອກ ອາທິດທີ 2 ນັດສຸດທ້າຍ ອີຕາລີ ແຊ້ມເກົ່າ ແຊງຊະນະ ຈີນ ແບບສຸດມັນ 3-2 ເຊັດ: 23–25, 25–23, 18–25, 25–22 ແລະ 15–12 ອີຕາລີ ແຂ່ງ 8 ນັດ ຊະນ 5 ເສຍ 3 ຢູ່ອັນດັບທີ 8 ພື້ນທີ່ຜ່ານໄປຮອບສຸດທ້າຍ, ຂະນະທີ່ ຈີນ ຊະນະ 6 ເສຍ 2 ຢູ່ອັນດັບ 4.

ຄູ່ອື່ນ: ສະຫະລັດ ອາເມຣິກາ ແຊ້ມ 3 ສະໄໝ ຊະນະ ເບຣຊິນ ຮອງແຊ້ມ 3 ສະໄໝຊ້ອນ 3-0 ເຊັດ, ໄທ ເສຍໃຫ້ ໂຄຣອາຊີ້ 0-3 ເຊັດ, ເຢຍລະມັນ ຊະນະ ສາທາລະນະລັດເກົາຫລີ 3-1 ເຊັດ, ສາທາລະນະລັດ ໂດມີນີກັນ ເສຍໃຫ້ ຕູຣາເຄຍ 1-3 ເຊັດ ແລະ ບຸນກາຣີ້ ເສຍໃຫ້ ໂຮນລັງ 0-3 ເຊັດ.

ຕາຕະລາງອັນດັບຂະນະນີ້ ຈົບອາທິດທີສອງ ໂປໂລຍ ແລະ ສະຫະລັດ ອາເມຣິກາ ຜົນງານດີກວ່າໜູ່ ຊະນະ 7 ເສຍ 1,  ຕູຣາເຄຍ, ສປ ຈີນ, ເບຣຊິນ ແລະ ເຢຍລະມັນ ຊະນະ 6 ເສຍ 2, ຍີ່ປຸ່ນ, ອີຕາລີ ຊະນະ 5 ເສຍ 3, ແຊັກບີ້, ການາດ້າ, ສາທາລະນະລັດ ໂດມີນີກັນ ຊະນະ 3 ເສຍ 5, ໂຮນລັງ, ໄທ ແລະ ໂຄຣອາຊີ້ ຊະນະ 2 ເສຍ 6, ບຸນກາຣີ ຊະນະ 1 ເສຍ 7 ແລະ ສາທາລະນະລັດເກົາຫລີ ເສຍ 8 ນັດລວດ.

ສຳລັບການແຂ່ງຂັນອາທິດທີ 3 ຈະກັບມາແຂ່ງຂັນວັນທີ 27 ມິຖຸນາ ຫາວັນທີ 2 ກໍລະກົດ 2023.

Photo: Volleyball World

Leave a Reply

Your email address will not be published. Required fields are marked *