ການແຂ່ງຂັນບານສົ່ງໃນຮົ່ມຍິງລະດັບໂລກ ລາຍການ FIVB ເນຊັ່ນລີກ ປະຈຳປີ 2023 ຮອບຄັດເລືອກ ອາທິດທີ 2 ສະຫະລັດ ອາເມຣິກາ ແຊ້ມ 3 ສະໄໝ ຜົນງານດີຕໍ່ເນື່ອງ ເອົາຊະນະ ໄທ 3-0 ເຊັດ: 25-21, 25-18 ແລະ 25-16 ຄວ້າໄຊ 6 ນັດລວດ, ຂະນະທີ່ ໄທ ຊະນະ 2 ເສຍ 4.
ສ່ວນ ອີຕາລີ ແຊ້ມເກົ່າ ຊະນະ ສາທາລະນະລັດ ໂດມີນີກັນ 3-2 ເຊັດ, ໂປໂລຍ ຊະນະ ຕູຣາເຄຍ 3-0 ເຊັດ, ການາດ້າ ຊະນະ ບຸນກາຣີ້ 3-0 ເຊັດ, ເບຣຊິນ ຮອງແຊ້ມ 3 ສະໄໝຊ້ອນ ຊະນະ ແຊັກບີ້ 3-2 ເຊັດ ແລະ ຍີ່ປຸ່ນ ຊະນະ ສາທາລະນະລັດເກົາຫລີ 3-0 ເຊັດ.
ຕາຕະລາງອັນດັບຂະນະນີ້ ໂປໂລຍ, ສະຫະລັດ ອາເມຣິກາ ຊະນະ 6 ນັດລວດ, ສປ ຈີນ ຊະນະ 5 ນັດລວດ, ເບຣຊິນ ຊະນະ 5 ເສຍ 1, ຍີ່ປຸ່ນ, ຕູຣາເຄຍ ຊະນະ 4 ເສຍ 2, ເຢຍລະມັນ ຊະນະ 4 ເສຍ 1, ອີຕາລີ, ການາດ້າ ຊະນະ 3 ເສຍ 3, ໄທ ແລະ ສາທາລະນະລັດ ໂດມີນີກັນ ຊະນະ 2 ເສຍ 4, ບຸນກາຣີ, ແຊັກບີ້ ຊະນະ 1 ເສຍ 5 ແລະ ໂຮນລັງ, ໂຄຣເອເຊຍ ເສຍ 5 ນັດລວດ ແລະ ສາທາລະນະລັດເກົາຫລີ ເສຍ 6 ນັດລວດ.
Photo: Volleyball World