ເມັສຊີ້ ຍິງ 1 ປະຕູ ຊ່ວຍທີມຊາດອາກຊັງຕິນ ແຊ້ມໂລກຄັ້ງຫລ້າສຸດ ເອົາຊະນະ ທີມຊາດອົດສະຕຣາລີ 2-0 ເຕະບານອຸ່ນເຄື່ອງເມື່ອວັນທີ 15 ມິຖຸນາ 2023 ທີ່ນະຄອນຫລວງປັກກິ່ງ ປະເທດຈີນ. ນັດຕໍ່ໄປ ອາກຊັງຕິນ ຈະໄປຢາມ ອິນໂດເນເຊຍ ທີ່ນະຄອນຫລວງຈາກາຕ້າ ວັນທີ 19 ມິຖຸນາ 2023 ເວລາ 19:30.
ຄູ່ອື່ນທີ່ໜ້າສົນໃຈ: ຍີ່ປຸ່ນ ຊະນະ ເອວ ຊາວາດໍຣ 6-0, ອູຣູໄກວ ຊະນະ ນິກາຣາກົວ 4-1, ຈາໄມກ້າ ເສຍໃຫ້ ກາຕ້າ 1-2, ຫວຽດນາມ ຊະນະ ຮົງກົງ 1-0 ແລະ ຟີລິປິນ ພາຍໃຕ້ການຄຸມທີມຂອງ ໄມເຄິນ ໄວສ໌ ອາດີດຄູຝຶກທີມຊາດລາວ ພາທີມຊະນະ ເນປານ 1-0.
Photo: : AFA