U17 ທີມຊາດລາວ ເສຍໃຫ້ U17 ໄທ ເຈົ້າພາບ 1-2 ນັດທຳອິດ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ທີ່ປະເທດໄທ ການແຂ່ງຂັນນັດທີ 1 ຂອງກຸ່ມ A ໄທ ຊະນະ ລາວ 2-1 ໄທ ນຳກ່ອນຈາກ ດຸດສະດີ ບູຣະນະຈຸທານົນ ນາທີ 12′, U17 ລາວ ຕີສະເໝີຈາກ ປີເຕີ ພັນທະວົງ ນາທີ 26′ ທ້າຍເກມ ໄທ ມາໄດ້ປະຕູໄຊຈາກ ຊະໂນໄທ ຂົງເມັ້ງ ນາທີ 90’+5. ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ເຢເມັນ ຊະນະ ມາເລເຊຍ 4-0.

ນັດຕໍ່ໄປ ລາວ ພົບ ເຢເມັນ ຈະແຂ່ງຂັນວັນທີ 18 ມິຖຸນານີ້ ເວລາ 17:00 ທີ່ສະໜາມທຳມະຊາດ, ປະທຸມທານີ, ຈາກນັ້ນ ຄູ່ທີສອງ ມາເລເຊຍ ພົບ ໄທ ເຈົ້າພາບ ເວລາ 19:00.

ປະຫວັດຜ່ານມາຂອງ U17 ທີມຊາດລາວ ເຄີຍຜ່ານການຄັດເລືອກໄປຮອບສຸດທ້າຍມາກ່ອນໜ້ານີ້ 2 ຄັ້ງ ປີ 2004 ແລະ 2012 ແຕ່ບໍ່ຜ່ານຮອບແບ່ງກຸ່ມ.

Photo: AFC

Leave a Reply

Your email address will not be published. Required fields are marked *