ສະເປນ ຊະນະ ອີຕາລີ 2-1 ເຂົ້າຊິງຊະນະເລີດ ຢູຟ້າ ເນຊັ່ນລີກ 2023 ພົບກັບ ໂຄຣເອເຊຍ

ການແຂ່ງຂັນເຕະບານລະດັບທີມຊາດ ຢູຟ້າ ເນຊັ່ນລີກ ລະດູການ 2022-23 ຮອບ 4 ທີມສຸດທ້າຍ ຄູ່ທີສອງ ຄືນວັນທີ 15 ມິຖຸນາຜ່ານມາ, ທີມຊາດແອັສປາຍ ເອົາຊະນະ ທີມຊາດອີຕາລີ ແບບຫວຸດວິດ 2-1 ແອັສປາຍ ນຳກ່ອນຈາກ ເຢເຣມີ້ ປີໂນ້ ນາທີ 3′, ອີຕາລີ ໄລ່ຕີສະເໝີຈາກ ຊີໂຣ້ ອິມໂມບີເລ່ ນາທີ 11′, ແອັສປາຍ ມາໄດ້ປະຕູໄຊທ້າຍເກມຈາກ: ໂຈເຊລູ ນາທີ 88′.

ແອັສປາຍ ເຂົ້າຊິງຊະນະເລີດ ຢູຟ້າ ເນຊັ່ນລີກ ສອງລະດູການຕິດຕໍ່ກັນ ພົບກັບ ໂຄຣເອເຊຍ ທີ່ເອົາຊະນະ ເຈົ້າພາບ ເນເທີແລນ (ໂຮນລັງ) ແບບສຸດມັນ 4-2 ໃນການຕໍ່ເວລາພິເສດ ເວລາປົກກະຕິສະເໝີກັນ 2-2.

ຮອບຊິງຊະນະເລີດ ແອັສປາຍ ພົບກັບ ໂຄຣເອເຊຍ ຈະແຂ່ງຂັນຄືນວັນທີ 18 ມິຖຸນາ 2023 ເວລາ 1:45. ຄູ່ຊິງທີ 3 ເນເທີແລນ (ໂຮນລັງ) ພົບ ອີຕາລີ ໃນວັນດຽວກັນ ເວລາ 20:00.

Photo: UEFA

Leave a Reply

Your email address will not be published. Required fields are marked *