ຈຸດ ເບວລິ້ງແຮມ ກອງກາງທີມຊາດອັງກິດ ໄວ 19 ປີ ເປີດໂຕທາງການກັບ ຣາຊາຊຸດຂາວ ຣຽວ ມາດຣິດ ຮັບເສື້ອໝາຍເລກ 5 ອາດີດເບີເສື້ອຂອງ ຊີເນດິນ ຊີດານ ກອງກາງຊາວຝຣັ່ງຕຳນານຂອງທີມ.
ຈຸດ ເບວລິ້ງແຮມ ຍ້າຍຈາກ ໂບຣຸສເຊຍ ດັອດມຸນ ດ້ວຍຄ່າໂຕ 103 ລ້ານເອີໂຣ ແລະ ອາດເພິ່ມເປັນ 133.9 ລ້ານເອີໂຣ ຖ້າຜົນງານດີ, ເຊັນສັນຍາ 6 ປີ. ລະດູການ 2022-23 ເບວລິ້ງແຮມ ລົງຫລິ້ນ 42 ຍິງ 14 ປະຕູ ແລະ 7 ແອັສຊິດ.
Photo: Real Madrid C.F