ນາໂປລີ ທີມແຊ້ມ ເຊຣີອາ ອີຕາລີ ລະດູການຫລ້າສຸດ ປະກາດແຕ່ງຕັ້ງ ຣູດີ້ ກາເຊຍ ຄູຝຶກຊາວຝຣັ່ງ ໄວ 59 ປີ ອາດີດຄູຝຶກ ໂຣມ້າ ຄຸມທີມ ແທນທີ່ ລູເຊຍໂນ້ ສະປາວເລັດຕິ ຄູຝຶກຊາວອີຕາລີ ຜູ້ພາທີມໄດ້ແຊ້ມສະກູເດັດໂຕ້ ໃນຮອບ 33 ປີ.
ຣູດີ້ ກາເຊຍ ຫາກໍແຍກທາງກັບ ອາວ ນາສເຊີ ທີມຊັ້ນນຳໃນລີກສູງສຸດຂອງ ຊາອຸດິ ອາຣາເບຍ ໃນເດືອນເມສາປີນີ້, ປະສົບການຄຸມທີມຜ່ານມາຂອງ ຣູດີ້ ກາເຊຍ ເຄີຍຄຸມຫລາຍສະໂມສອນໃນຝຣັ່ງເຊັ່ນ: ແຊັງເອຕຽນ, ດີຈົງ, ເລີມ໋ອງ, ລິ້ນລ໌, ມາກເຊີຍ ແລະ ລີຢົງ, ນອກຈາກນີ້ ກໍຄຸມ ໂຣມ້າ ໃນສັງວຽນ ເຊຣີອາ ອີຕາລີ ລະຫວ່າງປີ 2013-2016 ແລະ ອາວ ນາສເຊີ ໃນລີກຊາອຸດິ ອາຣາເບຍ.
ຜົນງານພົ້ນເດັ່ນ ພາ ລິ້ນລ໌ ໄດ້ແຊ້ມລີກອ໋ອງຝຣັ່ງ ແລະ ຄຸບເດີຟຣອງ ລະດູການ 2010–11, ພາ ມາກເຊີຍ ໄດ້ຮອງແຊ້ມ ຢູໂຣປ້າລີກ ລະດູການ 2017–18 ແລະ ຄຸມ ລີຢົງ ໄດ້ຮອງແຊ້ມ ຄຸບເດີຟຣອງ ລະດູການ 2019–20.