ສະຫະພັນບານສົ່ງນາໆຊາດ ຫລື FIVB ຝ່າຍຈັດການແຂ່ງຂັນ ບານສົ່ງໃນຮົ່ມຍິງ-ຊາຍ ເນຊັ່ນລີກ 2023 ໄດ້ລາຍງານວ່າ: ເງິນລາງວັນການແຂ່ງຂັນປີນີ້ ທັງທີມຍິງ ແລະ ທີມຊາຍ ໄດ້ເທົ່າກັນ, ທີມແຊ້ມ ຈະໄດ້ຮັບ 1 ລ້ານໂດລາສະຫະລັດ, ຮອງແຊ້ມໄດ້ 5 ແສນໂດລາ, ອັນດັບ 3 ໄດ້ 3 ແສນໂດລາ
ພ້ອມກັນນີ້ ທີມທີ່ຊະນະຕໍ່ນັດໃນຮອບຄັດເລືອກ ຈະໄດ້ຮັບນັດລະ 9 ພັນໂດລາ, ທີມເສຍໄດ້ຮັບ 4 ພັນໂດລາ, ນອກຈາກນີ້ ນັກກິລາທີ່ຕິດທີມດີເດັ່ນ ຫລື Dream Team ຈະໄດ້ຮັບຜູ້ລະ 10,000 ໂດລາ ແລະ ນັກກິລາດີເດັ່ນ ຫລື MVP ຈະໄດ້ຮັບ 30,000 ໂດລາ.
ປັດຈຸບັນ ທີມຍິງ ກຳລັງແຂ່ງຂັນຮອບຄັດເລືອກ ອາທິດທີ 2, ສ່ວນທີມຊາຍຫາກໍສຳເລັດຮອບຄັດເລືອກ ອາທິດທຳອິດ, ຮອບຄັດເລືອກອາທິດທີ 2 ຈະກັບມາແຂ່ງຂັນວັນທີ 20–25 ມິຖຸນານີ້.
Photo: Volleyball World