ການແຂ່ງຂັນເຕະບານຊາຍ ຊິງແຊ້ມສະໂມສອນໂລກ ຫລື FIFA Club World Cup 2023 ທີ່ປະເທດຊາອຸດິ ອາຣາເບຍ, ປັດຈຸບັນ ໄດ້ແລ້ວ ໄດ້ແລ້ວ 6 ທີມ ທີ່ຜ່ານການຄັດເລືອກແຕ່ລະຂົງເຂດເຊັ່ນ: ແມນເຊັສເຕີ ຊິຕີ້ ນ້ອງໃໝ່ຈາກອັງກິດ ແຊ້ມ ຢູຟ້າ ແຊ້ມປ້ຽນລີກ, ຄລັບ ເລອອນ ອີກໜຶ່ງທີມນ້ອງໃໝ່ຈາກເມັກຊິໂກ້ ແຊ້ມຂົງເຂດຄອນຄາເຄັຟ, ອູຣາວ້າ ເຣດ ໄດມ້ອນ ຈາກຍີ່ປຸ່ນ ແຊ້ມ ເອເອັຟຊີ ແຊ້ມປ້ຽນລີກ, ອາວ ອາລີ ຈາກເອຢິບ ແຊ້ມທະວີບອາຟຣິກາ, ໂອ໊ກແລນ ຊິຕີ້ ຈາກນູແວນເຊລັງ ຫລື ນິວຊີແລນ ແຊ້ມຂົງເຂດໂອເຊອານີ້ ແລະ ອາວ ອິດທີຮັດ ຈາກເຈົ້າພາບ ແຊ້ມລີກສູງສຸດຂອງ ຊາອຸດິ ອາຣາເບຍ.
ສ່ວນອີກໜຶ່ງທີມແມ່ນທີມແຊ້ມຂົງເຂດອາເມຣິກາໃຕ້ ໂຄປ້າ ລິເບີຕາດໍເຣັສ ປັດຈຸບັນ ກຳລັງແຂ່ງຂັນຮອບແບ່ງກຸ່ມ. ນີ້ເປັນຄັ້ງທຳອິດທີ່ປະເທດ ຊາອຸດິ ອາຣາເບຍ ເປັນເຈົ້າພາບ ແລະ ເປັນຊາດທີ 4 ໃນອາຊີທີ່ໄດ້ສິດເປັນເຈົ້າພາບລາຍການນີ້ ຕໍ່ຈາກ: ຍີ່ປຸ່ນ, ສະຫະລັດ ອາຣັບ ເອມີເຣດ ແລະ ກາຕ້າ. ເຕະບານຊາຍ ຊິງແຊ້ມສະໂມສອນໂລກ 2023 ຈະແຂ່ງຂັນໃນລະຫວ່າງວັນທີ 12–22 ທັນວາ 2023.