ເຊວຊີ ປະທະ ລີເວີພູລ, ແມນຊິຕີ້ ແຊ້ມເກົ່າ ໄປຢາມ ນ້ອງໃໝ່ ເບີນລີ້, ແມນຢູ ພົບ ວູຟແຮມຕັນ! ພຣີເມ່ຍລີກ ອັງກິດ ລະດູການໃໝ່ 2023-24

ຜົນການຈັບສະຫລາກຈັບຄູ່ການແຂ່ງຂັນເຕະບານພຣີເມ່ຍລີກ ລະດູການໃໝ່ 2023-24 ສະເພາະນັດທຳອິດ ມີຄູ່ບິກແມັດ: ເຊວຊີ ຈະເປີດບ້ານປະທະ ລີເວີພູລ ຈະແຂ່ງຂັນວັນທີ 13 ສິງຫາ 2023 ເຊັ່ນດຽວກັບ ເບັນຟອດ ພົບ ສະເປີ, ວັນທີ 12 ສິງຫາ 2023 ອາຣເຊນໍລ ຈະເປີດບ້ານພົບກັບ ນັອດຕິ້ງແຮມ ຟໍເຣັສ, ບຣອນມັດ ພົບ ເວັສແຮມ, ໄບຣຕັ້ນ ພົບ ລູຕັ້ນ ທາວ ນ້ອງໃໝ່, ເອັຟເວີຕັນ ພົບ ຟູແລ່ມ, ເຊັຟຟິວ ຢູໄນເຕັດ ນ້ອງໃໝ່ ພົບ ຄຣິສຕັນ ພາເລດ ແລະ ນິວຄາສເຊິນ ພົບ ແອັສຕັນ ວິນລ້າ.

ສ່ວນ ແມນຊິຕີ້ ແຊ້ມເກົ່າ ໄປຢາມ ນ້ອງໃໝ່ ເບີນລີ້ ແຊ້ມ ເດີ ແຊ້ມປ້ຽນຊິບ ທີ່ຄຸມທີມໂດຍ ແວັງຊ໋ອງ ຄອມປານີ ອະດີດກອງຫລັງຂອງທີມ ຈະເປັນຄູ່ເປີດສະໜາມ ຄືນວັນທີ 11 ສິງຫາ 2023. ຂະນະທີ່ ແມນຢູ ຈະເປີດບ້ານພົບກັບ ວູຟແຮມຕັນ ຈະແຂ່ງຂັນໃນຄືນວັນທີ 14 ສິງຫາ 2023.

ສຳລັບ 5 ນັດທຳອິດຂອງບັນດາທີມໃຫຍ່ ເປັນຕົ້ນ: ແມນຊິຕີ້ ແຊ້ມເກົ່າ ນັດທຳອິດ ໄປຢາມ ນ້ອງໃໝ່ ເບີນລີ້, ນັດທີ 2 ເປີດບ້ານພົບ ນິວຄາສເຊິນ, ນັດທີ 3 ໄປຢາມ ເຊັຟຟິວ ຢູໄນເຕັດ ນ້ອງໃໝ່, ນັດທີ 4 ເປີດບ້ານພົບ ຟູແລ່ມ ແລະ ນັດທີ 5 ໄປຢາມ ເວັສແຮມ.

ຂະນະທີ່ ແມນຢູ 5 ນັດທຳອິດ ນັດທີ 1 ເປີດບ້ານພົບ ວູຟແຮມຕັນ, ນັດທີ 2 ໄປຢາມ ສະເປີ, ນັດທີ 3 ເປີດບ້ານພົບກັບ ນັອດຕິ້ງແຮມ ຟໍເຣັສ, ນັດທີ 4 ໄປຢາມ ອາຣເຊນໍລ ແລະ ນັດທີ 5 ເປີດບ້ານພົບ ໄບຣຕັ້ນ.

ອາຣເຊນໍລ 5 ນັດທຳອິດ ນັດທີ 1 ເປີດບ້ານພົບ ນັອດຕິ້ງແຮມ ຟໍເຣັສ, ນັດທີ 2 ໄປຢາມ ຄຣິສຕັນ ພາເລດ, ນັດທີ 3 ເປີດບ້ານພົບກັບ ຟູແລ່ມ, ນັດທີ 4 ເປີດບ້ານພົບ ແມນຢູ ແລະ ນັດທີ 5 ໄປຢາມ ເອັຟເວີຕັນ.

ລີເວີພູລ 5 ນັດທຳອິດ ນັດທີ 1 ໄປຢາມ ເຊວຊີ, ນັດທີ 2 ເປີດບ້ານພົບ ບຣອນມັດ, ນັດທີ 3 ໄປຢາມ ນິວຄາສເຊິນ, ນັດທີ 4 ເປີດບ້ານພົບ ແອັສຕັນ ວິນລ້າ ແລະ ນັດທີ 5 ໄປຢາມ ວູຟແຮມຕັນ.

ສ່ວນ ເຊວຊີ 5 ນັດທຳອິດ ນັດທີ 1 ເປີດບ້ານພົບ ລີເວີພູລ, ນັດທີ 2 ໄປຢາມ ເວັສແຮມ, ນັດທີ 3 ໄປຢາມ ລູຕັ້ນ ທາວ, ນັດທີ 4 ເປີດບ້ານພົບ ນັອດຕິ້ງແຮມ ຟໍເຣັສ ແລະ ນັດທີ 5 ໄປຢາມ ບຣອນມັດ.

Photo: Premier League

Leave a Reply

Your email address will not be published. Required fields are marked *