ແອນໂທນີ້ ກິນຕິ້ງ ເປັນຄົນດຽວສາມາດປ້ອງກັນແຊ້ມ ດອກປີກໄກ່ ສິງກະໂປ ໂອເພັນ 2023

ແອນໂທນີ້ ກິນຕິ້ງ ນັກກິລາດອກປີກໄກ່ຊາວອິນໂດເນເຊຍ ໄວ 26 ປີ ອັນດັບ 2 ຂອງໂລກ ກາຍເປັນຄົນດຽວສາມາດປ້ອງກັນແຊ້ມ ດອກປີກໄກ່ ສິງກະໂປ ໂອເພັນ 2023 ໃນທ້າຍອາທິດຜ່ານມາ ພາຍຫລັງຮອບຊິງຊະນະເລີດ ເອົາຊະນະ ອັນເດີ ແອນທອນເຊັ້ນ ມື 18 ຂອງໂລກ ຈາກດານມາກ 2-0 ເກມ: 21-16, 21-13 ຮັບເງິນລາງວັນຂັນແຊ້ມ ແລະ ເງິນລາງວັນ 59,500 ໂດລາສະຫະລັດ, ຮອງແຊ້ມໄດ້ 28,900 ໂດລາ.

ຂະນະທີ່ ອີກ 4 ລາຍການ ໄດ້ແຊ້ມ ໜ້າໃໝ່ໝົດ ເຊັ່ນ: ປະເພດຍິງດ່ຽວ ແຊ້ມເປັນຂອງ ອັນເຊຢັງ ຈາກສາທາລະນະລັດເກົາຫລີ, ຄູ່ຍິງແຊ້ມແມ່ນຄູ່ຈາກຈີນ, ຄູ່ຊາຍ ແຊ້ມແມ່ນຍີ່ປຸ່ນ ແລະ ຄູ່ປະສົມ ແຊ້ມເປັນຂອງຄູ່ຈາກດານມາກ.

ດອກປີກໄກ່ລະດັບໂລກລາຍການຕໍ່ໄປແມ່ນລາຍການ ອິນໂດເນເຊຍ ໂອເພັນ ລະດັບຊຸບເປີ 1000 ທີ່ນະຄອນຫລວງຈາກາຕ້າ ປະເທດອິນໂດເນເຊຍ ຊິງເງິນລາງວັນລວມ 1,250,000 ໂດລາສະຫະລັດ.

Photo: BWF

Leave a Reply

Your email address will not be published. Required fields are marked *