ການແຂ່ງຂັນບານສົ່ງໃນຮົ່ມຍິງລະດັບໂລກ ລາຍການ FIVB ເນຊັ່ນລີກ ປະຈຳປີ 2023 ຮອບຄັດເລືອກ ອາທິດທີ 2 ອີຕາລີ ແຊ້ມເກົ່າ ຊະນະ ບຸນກາຣີ້ 3-0 ເຊັດ: 25–17, 25–19 ແລະ 25–23 ອີຕາລີ ຄວ້າໄຊເປັນນັດທີ 2 ຈາກ 5 ນັດ ຢູ່ອັນດັບທີ 9, ຂະນະທີ່ ບຸນກາຣີ້ ຊະນະ 1 ເສຍ 4 ຢູ່ທີ 12.
ສ່ວນ ຕູຣາເຄຍ ອັນດັບ 4 ຄັ້ງຜ່ານມາ ຊະນະ ໂຮນລັງ 3-0 ເຊັດ, ເຢຍລະມັນ ຊະນະ ໄທ 3-1 ເຊັດ ແລະ ເບຣຊິນ ຮອງແຊ້ມ 3 ຄັ້ງຫລັງສຸດ ຊະນະ ສາທາລະນະລັດເກົາຫລີ 3-0 ເຊັດ.
ຕາຕະລາງອັນດັບຂະນະນີ້ ສປ ຈີນ, ໂປໂລຍ, ສະຫະລັດ ອາເມຣິກາ ຊະນະ 5 ນັດລວດ, ຕູຣາເຄຍ, ເບຣຊິນ, ເຢຍລະມັນ ຊະນະ 4 ເສຍ 1, ຍີ່ປຸ່ນ ຊະນະ 3 ເສຍ 2, ໄທ, ອີຕາລີ, ການາດ້າ, ສາທາລະນະລັດ ໂດມີນີກັນ ຊະນະ 2 ເສຍ 3, ບຸນກາຣີ, ແຊັກບີ້ ຊະນະ 1 ເສຍ 4 ແລະ ໂຮນລັງ, ໂຄຣເອເຊຍ, ສາທາລະນະລັດເກົາຫລີ ເສຍທັງ 5 ນັດ.
Photo: Volleyball World