Deloitte ເຜີຍຜົນສຳຫລວດ ພຣີເມ່ຍລີກ ອັງກິດ ມີລາຍໄດ້ສູງສຸດໃນໂລກ 6.4 ພັນລ້ານເອີໂຣ ໃນລະດູການ 2021-22

ເດລອຍ (Deloitte) ບໍລິສັດສຳຫລວດດ້ານການເງິນຊື່ດັງລະດັບໂລກ ໄດ້ເປີດເຜີຍຜົນສຳຫລວດຫລ້າສຸດກ່ຽວກັບລີກບານເຕະທີ່ມີລາຍໄດ້ສູງສຸດໃນໂລກ ລະດູການ 2021-22 ແມ່ນ: ພຣີເມ່ຍລີກ ອັງກິດ ມີລາຍໄດ້ເຖິງ 6 ຕື້ 400 ລ້ານເອີໂຣ ຫລື ປະມານ 5.5 ຕື້ປອນ ເພີ່ມຂຶ້ນ 12%, ໃນນີ້ ໄດ້ສະເພາະຈາກການແຂ່ງຂັນ 380 ນັດ 763 ລ້ານປອນ ເພີ່ມຂຶ້ນ 31 ລ້ານປອນ ຈາກລະດູການ 2020-21 ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ຍັງບໍ່ລວມຄ່າລິຂະສິດການຖ່າຍທອດສົດ ແລະ ລາຍໄດ້ອື່ນໆທາງການຄ້າ.

ລາຍງານລະບຸວ່າ: ລະດູການ 2021-22 ບັນດາສະໂມສອນໃນ ພຣີເມ່ຍລີກ ອັງກິດ ຈ່າຍຄ່າແຮງງານໃຫ້ນັກກິລາ ລວມທັງຄະນະຄູຝຶກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ 395 ລ້ານປອນ ຫລຸດລົງ 64 ລ້ານປອນ. ສ່ວນໜີ້ສິນຂອງສະໂມສອນໃນ ພຣີເມ່ຍລີກ ກໍຫລຸດລົງ 34% ຈາກ 4.1 ຕື້ປອນ ເຫລືອ 2.7 ຕື້ປອນ.

ຂະນະທີ່ ລີກບານເຕະທີ່ມີລາຍໄດ້ຫລາຍສຸດອັນດັບສອງຂອງໂລກແມ່ນ ລາລີກ້າ ແອັສປາຍ ມີລາຍໄດ້ 3.3 ຕື້ເອີໂຣ ເພີ່ມຂຶ້ນ 11%, ທີ 3 ບຸນເດັສລີກ້າ ເຢຍລະມັນ ມີລາຍໄດ້ 3.1 ຕື້ເອີໂຣ ເພີ່ມຂຶ້ນ 5%, ຮອງລົງມາແມ່ນ ເຊຣີອາ ອີຕາລີ ມີລາຍໄດ້ 2.4 ຕື້ເອີໂຣ ເພີ່ມຂຶ້ນ 7% ແລະ ລີກອ໋ອງ ຝຣັ່ງ ມີລາຍໄດ້ 2 ຕື້ເອີໂຣ ເປັນສະຖິຕິສູງສຸດຂອງລີກອ໋ອງຝຣັ່ງ ເພີ່ມຂຶ້ນ 26%.

Photo: Manchester City

Leave a Reply

Your email address will not be published. Required fields are marked *