ໄບຣຕັ້ນ ແອນ ໂຮຟ ອາວບ້ຽນ ທີມອັນດັບ 6 ພຣີເມ່ຍລີກ ອັງກິດ ລະດູການຫລ້າສຸດ ທຸບສະຖິຕິຂອງສະໂມສອນ ຊື້ນັກເຕະມາເສີມທັບແພງສຸດ ໂດຍຊື້ ໂຈເອົາ ເປໂດຣ ສູນໜ້າຊາວເບຣຊິນ ໄວ 21 ປີ ຈາກວັດຟອດ ລາຄາ 30 ລ້ານປອນ ເຊັນສັນຍາ 5 ປີ.
ໂຈເອົາ ເປໂດຣ ອາດີດຫົວຫອກ ຟູມີເນັນເຊ້ ຟອມເດັ່ນສົມຄວນກັບສັງກັດເກົ່າ ວັດຟອດ ຍິງ 24 ຈາກ 109 ໃນສັງວຽນ ແຊ້ມປ້ຽນຊິບ ລີກອັນດັບສອງຂອງອັງກິດ ແລະ ລະດູການຫລ້າສຸດ ຍິງ 11 ປະຕູ ຈາກ 35 ນັດ. ນີ້ເປັນນັກເຕະຄົນທີ 2 ທີ່ ໄບຣຕັ້ນ ໄດ້ມາເສີມທັບກ່ອນລະດູການໃໝ່ 2023-24 ຕໍ່ຈາກ ເຈມສ໌ ມິວເນີ ທີ່ຍ້າຍມາຈາກ ລີເວີພູລ ແບບບໍ່ມີຄ່າໂຕ ຍ້ອນໝົດສັນຍາກັບສັງກັດເກົ່າ.
Photo: Brighton