ການແຂ່ງຂັນເຕະບານ ລາວລີກ 2 ແຂວງບໍ່ແກ້ວ ປະຈຳປີ 2023 ນັດສຸດທ້າຍ ໃນທ້າຍອາທິດຜ່ານມາ, ທີ່ສະໜາມ ມສ ຊົນເຜົ່າຂອງແຂວງ, ທີມກອງທັບແຂວງບໍ່ແກ້ວ ທີມນຳ ສະເໝີກັບ ປກສ ແຂວງ ອັນດັບສາມ 2-2 ພຽງພໍຕໍ່ການເປັນແຊ້ມ ເຖິງວ່າ ໂຊກໄຊ ທີມອັນດັບສອງ ຊະນະ ທີມເອກະລັກ 5-0 ຍ້ອນມີສະຖິຕິການພົບກັນທີ່ດີກວ່າ, ຂະນະທີ່ ທີມເພັດອາລຸນ ສະເໝີກັບ ທີມບ້ານອຸດົມ 2-2.
ສະຫຼຸບຕາຕະລາງຄະແນນແຂ່ງຈົບ 10 ນັດ ກອງທັບ ຫລື ປກຊ ແຂວງ ແລະ ໂຊກໄຊ ຊະນະ 7 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 23 ຄະແນນເທົ່າກັນ, ແຕ່ສະຖິຕິການພົບກັນ ປກຊ ແຂວງ ເຮັດໄດ້ດີກວ່າ ນັດທີ 1 ສະເໝີກັບ ໂຊກໄຊ 1-1 ແລະ ນັດທີ 2 ຊະນະ ໂຊກໄຊ 1-0, ເຮັດໃຫ້ ກອງທັບແຂວງບໍ່ແກ້ວ ຄວ້າແຊ້ມ ລາວລີກ 2 ແຂວງບໍ່ແກ້ວ ປະຈຳປີ 2023 ມາຄອງ.
ກອງທັບແຂວງ ຮັບຂັນແຊ້ມ, ຫຼຽນລາງວັນ ແລະ ເງິນລາງວັນ 5,000,000 ກີບ, ສ່ວນ ໂຊກໄຊ ໄດ້ຮອງແຊ້ມ ໄດ້ຮັບຫຼຽນລາງວັນ ພ້ອມເງິນລາງວັນ 4,000,000 ກີບ, ອັນດັບ 3 ເປັນຂອງ ປກສ ແຂວງ ມີ 20 ຄະແນນ ຮັບຫຼຽນລາງວັນ ແລະ ເງິນລາງວັນ 3,000,000 ກີບ, ອັນດັບ 4 ເອກະລັກ ມີ 12 ຄະແນນ, ທີ 5 ເພັດອາລຸນ ມີ 5 ຄະແນນ ແລະ ອັນດັບສຸດທ້າຍ ບ້ານອຸດົມ ມີ 2 ຄະແນນ.
ການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນປີນີ້, ສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດ ລາວລີກ 2 ແຂວງລະ 60 ລ້ານກີບ, ສ່ວນແຂ່ງຂັນລະດັບມັດທະຍົມຕົ້ນ ຊາຍ-ຍິງ ຊ່ວຍເຫລືອ 30 ລ້ານກີບ ແລະ ລະດັບມັດທະຍົມປາຍ ຊາຍ-ຍິງ 30 ລ້ານກີບ ລວມແລ້ວໄດ້ຮັບເງິນອຸປະຖໍາຈາກ ສະຫະພັນບານເຕະແຫ່ງຊາດລາວ ໃນການແຂ່ງຂັນທັງ 3 ລາຍການ 120 ລ້ານກີບຕໍ່ແຂວງ.
Photo: Bokeo League