ການແຂ່ງຂັນບານສົ່ງໃນຮົ່ມຍິງລະດັບໂລກ ລາຍການ FIVB ເນຊັ່ນລີກ ປະຈຳປີ 2023 ປັດຈຸບັນ ແຂ່ງຂັນອາທິດທີ 2 ສປ ຈີນ ອັນດັບ 5 ຂອງໂລກ ຟອມດີຕໍ່ເນື່ອງ ຄວ້າໄຊຊະນະ 5 ນັດລວດ ຫລ້າສຸດເອົາຊະນະ ການາດ້າ ອັນດັບ 14 ຂອງໂລກ 3–0 ເຊັດ: 25–14, 25–18 ແລະ 29–27.
ຂະນະທີ່ ສາທາລະນະລັດ ໂດມີນີກັນ ເສຍໃຫ້ ໂປໂລຍ 1–3 ເຊັດ, ຍີ່ປຸ່ນ ເສຍໃຫ້ ແຊັກບີ້ ເບີ 1 ຂອງໂລກ 2–3 ເຊັດ ແລະ ໂຄຣເອເຊຍ ເສຍໃຫ້ ສະຫະລັດ ອາເມຣິກາ ແຊ້ມ 3 ສະໄໝ 1–3 ເຊັດ. ຈີນ, ໂປໂລຍ ແລະ ອາເມຣິກາ ເປັນພຽງ 3 ທີມ ທີ່ຊະນະ 5 ນັດລວດ.
ສຳລັບການແຂ່ງຂັນບານສົ່ງໃນຮົ່ມຍິງ ເນຊັ່ນລີກ 2023 ມີ 16 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນໃນຮອບຄັດເລືອກ ທຸກທີມໄດ້ພົບກັນໝົດ ໂດຍແບ່ງການແຂ່ງຂັນອອກເປັນ 3 ອາທິດ, ທີມໜຶ່ງຕ້ອງແຂ່ງໃຫ້ສຳເລັດ 12 ນັດ ແລ້ວຄັດເອົາທີ 1–8 ໄປແຂ່ງຂັນຮອບສຸດທ້າຍທີ່ສະຫະລັດ ອາເມຣິກາ ໃນລະຫວ່າງວັນທີ 12–16 ກໍລະກົດ 2023, ສ່ວນການຄັດເລືອກຈະສຳເລັດໃນວັນທີ 2 ກໍລະກົດ 2023.
ສ່ວນການແຂ່ງຂັນປະເພດທີມຊາຍ ປັດຈຸບັນ ຈົບການແຂ່ງຂັນອາທິດທຳອິດ ຍີ່ປຸ່ນ ເບີ 7 ຂອງໂລກ ຜົນງານດີ ເປັນທີມດຽວຊະນະ 4 ນັດລວດ ນັດຫລ້າສຸດຊະນະ ຝຣັ່ງ ແຊ້ມເກົ່າ 3–1 ເຊັດ: 25–27, 25–22, 25–21 ແລະ 25–20, ຂະນະທີ່ ຝຣັ່ງ ຊະນະ 1 ເສຍ 3, ທາງດ້ານ ສະຫະລັດ ອາເມຣິກາ ຮອງແຊ້ມຄັ້ງຜ່ານມາ ຊະນະ 3 ເສຍ 1 ເໝືອນກັບ ອາກຊັງຕິນ, ສະໂລເວນີ້ ແລະ ເບຣຊິນ. ສຳລັບອາທິດທີສອງ ຈະກັບມາແຂ່ງຂັນວັນທີ 20–25 ມິຖຸນານີ້, ຮູບແບບການແຂ່ງຂັນເໝືອນກັບທີມຍິງ ແຕ່ຮອບສຸດທ້າຍໄປແຂ່ງຂັນທີ່ປະເທດໂປໂລຍ.
Photo: Volleyball World