ເດັນເວີ ນັກເກັດ ຊະນະ ໄມອາມີ້ ຮີດ 4-1 ເກມ ສ້າງປະຫວັດສາດຄວ້າແຊ້ມບານບ້ວງ NBA ສະໄໝທຳອິດ ລະດູການ 2022-23 ສິ້ນສຸດກາຍລໍຄອຍມາໃນຮອບ 47 ປີ, ນິໂຄລ້າ ໂຈວິກ ເຊັນເຕີ ໄວ 28 ປີ ຊາວແຊກບີ້ຂອງທີມ ເຈົ້າຂອງຄວາມສູງ 2,11 ແມັດ ໄດ້ລາງວັນນັກກິລາດີເດັ່ນ ຫລື MVP ໃນຮອບຊິງ.
ຜົນງານຂອງ ເດັນເວີ ນັກເກັດ ລະດູການນີ້ ສຸດປະຈັກຕາ ໃນລະດູການປົກກະຕິ ຫລື Regular season ເປັນອັນດັບໜຶ່ງຂອງເຂດຕາເວັນຕົກ Western Conference ຊະນະ 53 ເສຍ 29 ມາໃນຮອບເພອັອຟ ຮອບທີໜຶ່ງ ຊະນະ ມິນເນໂຊຕ້າ ທິມເບີວູຟ 4-1 ເກມ, ຮອບສອງ ຫລື ຮອບຮອງຊະນະເລີດເຂດຕາເວັນຕົກ ຊະນະ ຟີນິກ ຊັນ 4-2 ເກມ, ຮອບຊິງເຂດຕາເວັນຕົກ ຊະນະ ເອວເອ ເລັກເກີ 4-0 ເກມ ແລະ ຮອບຊິງ NBA ຊະນະ ໄມອາມີ້ ຮີດ 4-1 ເກມ.
Photo Denver Nuggets