ເດວິດ ມອຍ ຍັງເປັນຜູ້ຈັດການທີມ ເວັສແຮມ ຕໍ່ໄປ ຫລັງພາທີມຄວ້າແຊ້ມ ຄອນເຟີເຣັນລີກ

ເດວິດ ມອຍ ຜູ້ຈັດການທີມຊາວສະກັອດແລນ ໄວ 60 ປີ ຍັງຄົງເຮັດໜ້າທີ່ເປັນຜູ້ຈັດການທີມ ເວັສແຮມ ຢູໄນເຕັດ ຕໍ່ໄປ ພາຍຫລັງພາທີມສ້າງປະຫວັດສາດຄວ້າແຊ້ມ ຢູຟ້າ ຢູໂຣປ້າ ຄອນເຟີເຣັນລີກ ສະໄໝທຳອິດ ໂດຍເອົາຊະນະ ຟິອໍເຣັນຕິນ້າ 2-1 ພາ ເວັສແຮມ ເປັນແຊ້ມລະດັບເອີຣົບໃນຮອບ 58 ປີ ຕໍ່ຈາກລາຍການ ຢູຟ້າ ຄັບ ວິນເນີ ຄັບ ໃນປີ 1965 ພ້ອມກັບຄວ້າສິດໄປຫລິ້ນ ຢູໂຣປ້າລີກ ຮອບແບ່ງກຸ່ມ ລະດູການໜ້າ.

ກ່ອນໜ້ານີ້ ເດວິດ ມອຍ ຖືກກົດດັນຈາກແຟນບານ ແລະ ຜູ້ບໍລິຫານທີມ ຫາກບໍ່ສາມາດພາທີມຄວ້າແຊ້ມ ຄອນເຟີເຣັນລີກ ຈະຖືກປົດອອກຈາກຕຳແໜ່ງ ຍ້ອນຜົນງານໃນ ພຣີເມ່ຍລີກ ລະດູການຫລ້າສຸດອອກມາບໍ່ປະທັບໃຈ ໜີຕົກຊັ້ນ ແຕ່ຜົນງານໃນບານເອີຣົບພັດກັບກັນ ເປັນແຊ້ມແບບໄຮ້ປະລາໄຊມາຕັ້ງແຕ່ຮອບເພອັອຟ.

ເດວິດ ມອຍ ເຂົ້າມາຄຸມ ເວັສແຮມ ໃນທ້າຍເດືອນທັນວາ ປີ 2019 ຄຸມທີມ 178 ນັດ ຊະນະ 81 ສະເໝີ 33 ເສຍ 64 ສະເລ່ຍໂອກາດຊະນະຕໍ່ນັດ ປະມານ 45.51%.

Photo: UEFA Europa League

Leave a Reply

Your email address will not be published. Required fields are marked *